ຂ່າວສານ

ສະພາບໂລກລະບາດຢູ່ຫວຽດນາມ ແລະ ໃນໂລກ ໃນວັນທີ 03 ມີນາ

      ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ມີ 1.898/2.475 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ; ມີ 35 ຄົນເສຍຊີວິດ.
(ພາບປະກອບ: TTXVN)
      ນັບແຕ່ເວລາ 6 ໂມງຂອງວັນທີ 03 ມີນາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ຕື່ມອີກ 3 ຄົນ ແລະ ລ້ວນແຕ່ແມ່ນຄົນເຂົ້າເມືອງ, ໄດ້ຮັບການແຍກຕົວໂດຍທັນທີຢູ່ແຂວງ ບິ່ງເຢືອງ ແລະ ກຽນຢາງ. ແລະນັບແຕ່ເວລາ 6 ໂມງຂອງວັນທີ 02 ມີນາ ຫາເວລາ 6 ໂມງຂອງວັນທີ 03 ມີນາ, ຫວຽດນາມ ບໍ່ພົບກໍລະນີຕິດເຊືຶ້ອພະຍາດໂຄວິດ-19 ໃນຊຸມຊົນ. ເປັນມື້ທີ 18 ທີ່10 ແຂວງ, ນະຄອນບໍ່ພົບກໍລະນີຕິດເຊື້ອໃນຊຸມຊົນຄື: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັ໊ກຢາງ, ຢາລາຍ, ບັ໊ກນິງ, ກວາງນິງ, ນະຄອນໂຮ່ຈີມິນ. ຢູ່ນະຄອນຫຼວງຮ່າໂນ້ຍ, 15 ມື້ຜ່ານມາບໍ່ພົນກໍລະນີຕິດເຊື້ອພະຍາດໃນຊຸມຊົນ. ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ມີ 1.898/2.475 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ; ມີ 35 ຄົນເສຍຊີວິດ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 3 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 115,3 ລ້ານຄົນ, ໃນນັ້ນ ມີ 2,56 ລ້ານຄົນເສຍຊີວິດ. ¼ ຈຳນວນຜູ້ເສຍຊີວິດດັ່ງກ່າວແມ່ນຢູ່ປະເທດອາເມລິກາ (ມີ 529.191 ຄົນເສຍຊີວິດ). ຢູ່ເອີລົບ, ແມ່ນພາກພື້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍທີ່ສຸດໃນໂລກ. ໃນຂະນະນັ້ນ, ອິນໂດເນເຊຍ ແມ່ນປະເທດຖືກຜົນສະທ້ອນຢ່າງໃຫຍ່ຫຼວງທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
(ແຫຼ່ງຄັດຈາກ VOV)


top