ຂ່າວສານ

ສະພາບແວດລ້ອມແຫ່ງການລົງທຶນຢູ່ ດ່ານັ້ງ ດຶງດູດບັນດານັກລົງທຶນ ອາເມລິກາ

ທ່ານເອກອັກຄະລັດຖະທູດ Marc Knapper ຕີລາຄາສູງຕໍ່ເລື່ອງທາງນະຄອນ ດ່ານັ້ງ ໄດ້ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ແກ່ນັກລົງທຶນ ອາເມລິກາ.

ທ່ານເອກອັກຄະລັດຖະທູດ Marc Knapper ຕີລາຄາສູງຕໍ່ເລື່ອງທາງນະຄອນ ດ່ານັ້ງ ໄດ້ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ແກ່ນັກລົງທຶນ ອາເມລິກາ.

    

ທ່ານ ຫງວຽນວັນກວາງ, ເລຂາພັກນະຄອນ ດ່ານັ້ງ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper

ຕອນບ່າຍວັນທີ 26 ສິງຫາ, ຢູ່ ດ່ານັ້ງ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc Knapper, ໄດ້ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ແລະ ເຮັດວຽກກັບການນຳນະຄອນ. ຢູ່ທີ່ນີ້, ທ່ານເອກອັກຄະລັດຖະທູດ Marc Knapper ຕີລາຄາສູງຕໍ່ເລື່ອງທາງນະຄອນ ດ່ານັ້ງ ໄດ້ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ແກ່ນັກລົງທຶນ ອາເມລິກາ, ພ້ອມທັງແບ່ງປັນບັນດາໂຄງການລົງທຶນໃໝ່ ກໍຄືໂຄງການລົງທຶນທີ່ພວມຜັນຂະຫຍາຍຢູ່ນະຄອນ ດ່ານັ້ງ. ຕາມທ່ານ Marc Knapper ແລ້ວ, ນັບມື້ນັບມີນັກລົງທຶນ ອາເມລິກາ ມາ ດ່ານັ້ງ ເພື່ອຊອກຫາກາລະໂອກາດທຳມາຫາກິນ ແລະ ຊອກຮູ້ຂໍ້ມູນຫຼາຍກວ່າ.

        ສ່ວນທ່ານ ຫງວຽນວັນກວາງ, ເລຂາພັກນະຄອນ ດ່ານັ້ງ ຢືນຢັນວ່າ, ຍາມໃດທາງນະຄອນກໍ່ສ້າງເງື່ອນໄຂໃຫ້ວິສາຫະກິດ ອາເມລິກາ ມາທຳມາຫາກິນຢູ່ບໍລິເວນນະຄອນ, ພິເສດແມ່ນໃນຂົງເຂດເຕັກໂນໂລຊີສູງ. ການນຳນະຄອນ ດ່ານັ້ງ ເຊື່ອໝັ້ນວ່າ ຜ່ານສະມາຄົມວິສາຫະກິດ ອາເມລິກາ ປະຈຳ ຫວຽດນາມ, ຈະນັບມື້ນັບມີວິສາຫະກິດ ອາເມລິກາ ມາລົງທຶນຢູ່ ດ່ານັ້ງ ຫຼາຍກວ່າເກົ່າ.

(ແຫຼ່ງຄັດຈາກ VOV)


top