ຂ່າວສານ

ສະພາບເສດຖະກິດ-ສັງຄົມໃນໄຕມາດທີ I ເບັນລຸການຕີບໂຕໃນຫຼາຍຂົງເຂດ

ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ມີນາ ປີ 2022 ຂອງລັດຖະບານ.

ຕອນເຊົ້າວັນທີ 04 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມປະຈຳເດືອນ ມີນາ ປີ 2022 ຂອງລັດຖະບານ.

   

(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ທີ່ກອງປະຊຸມ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢຸງ ໄດ້ລາຍງານກ່ຽວກັບສະພາບການເສດຖະກິດ, ສັງຄົມໃນເດືອນ ເມສາ ແລະ 3 ເດືອນຕົ້ນປີ 2022; ສະພາບການຜັນຂະຫຍາຍປະຕິບັດໂຄງການຟື້ນຟູ ແລະ ພັດທະນາເສດຖະກິດສັງຄົມ. ຕາມບົດລາຍງານແລ້ວ, ສະພາບເສດຖະກິດ-ສັງຄົມໃນໄຕມາດທີ 1 ໃນຫຼາຍຂົງເຂດບັນລຸລະດັບເຕີບໂຕໄວທີ່ສຸດນັບແຕ່ປີ 2022 ມາຮອດປະຈຸບັນ, ໃກ້ກັບລະດັບເຕີບໂຕກ່ອນເກີດໂລກລະບາດ. GDP ໃນໄຕມາດທີ I ເພີ່ມຂຶ້ນ 5,03%, ສູງກວ່າລະດັບເຕີບໂຕຂອງປີ 2021 (4,72%). ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ຮຽກຮ້ອງວ່າ:

        “ຂ້າພະເຈົ້າສະເໜີຕ້ອງແກ້ໄຂບັນດາສິ່ງທີ່ຍັງຄົງຄ້າງ, ຂໍ້ຈຳກັດທີ່ຍັງບໍ່ທັນແກ້ໄຂໃນໄຕມາດທີ I ປີ 2022. ພວກເຮົາຮັບມືຢ່າງມີໄຫວພິບກັບບັນດາບັນຫາໃໝ່, ບັນຫາເກີດຂຶ້ນໃຫ້ບັນລຸປະສິດທິຜົນ. ສືບຕໍ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງເປັນເວລາຍາວນານ. ພ້ອມທັງ ຕິດແທດກັບສະພາບການ ເພື່ອກຳແໜ້ນສະພາບການ, ຄາດຄະເນສະພາບການ ບົນພື້ນຖານນັ້ນພວກເຮົາມີໜ້າທີ່, ມາດຕະການແກ້ໄຂໃຫ້ເໝາະສົມ, ບັນລຸປະສິດທິຜົນ”.

        ທະນາຄານພັດທະນາອາຊີ (ADB) ໃຫ້ຂໍ້ສັງເກດວ່າ, ຫວຽດນາມ ຈະບັນລຸລະດັບເຕີບໂຕສູງທີ່ສຸດໃນບັນດາປະເທດ ອາຊຽນ ແມ່ນ 6,5%.

(ແຫຼ່ງຄັດຈາກ VOV)


top