ຂ່າວສານ

ສະພາບການໂລກລະບາດໂຄວິດ-19ຢູ່ຫາຍເຢືອງໄດ້ຮັບການຄວບຄຸມໂດຍພື້ນຖານແລ້ວ

      ທ່ານ ຫງວຽນເຈື່ອງເຊີນ ໄດ້ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ ແຂວງ ຫາຍເຢືອງ ຕ້ອງຮັບປະກັນການແຍກຫ່າງຢູ່ເຂດແຍກຕົວ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ
ທ່ານ ຫງວຽນເຈື່ອງເຊີນ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ນະຄອນ ຈິ໊ລິງ
(ພາບ: VGP)
      ຕອນບ່າຍວັນທີ 18 ກຸມພາ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນເຈື່ອງເຊີນ ໄດ້ມີການເຮັດວຽກກັບແຂວງ ຫາຍເຢືອງ ກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ. ທີ່ການເຮັດວຽກ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນເຈື່ອງເຊີນ ພ້ອມກັບຄະນະປະຕິບັດງານໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ຢູ່ນະຄອນ ຈິ໊ລິງ, ນະຄອນ ຫາຍເຢືອງ ແລະ ເມືອງ ເກິມຢ່າງ. ທ່ານ ຫງວຽນເຈື່ອງເຊີນ ໄດ້ຮຽກຮ້ອງວ່າ, ໃນໄລຍະຈະມາເຖິງ ແຂວງ ຫາຍເຢືອງ ຕ້ອງຮັບປະກັນການແຍກຫ່າງຢູ່ເຂດແຍກຕົວ, ຮັບປະກັນຄວາມປອດໄພໃນການເຄື່ອນໄຫວຜະລິດດຳເນີນທຸລະກິດ ເມື່ອບັນດາບໍລິສັດ, ໂຮງງານກັບຄືນສູ່ການເຄື່ອນໄຫວເປັນປົກກະຕິ.
        “ຢູ່ເຂດແຍກຕົວລວມໝູ່, ພິເສດແມ່ນບັນດາເຂດແຍກຕົວມີຜູ້ອອກແຮງງານຂອງບໍລິສັດ POYUL ຕ້ອງປະຕິບັດການແຍກຕົວຢ່າງເຄັ່ງຂັດ, ປະຕິບັດການວິໄຈເປັນຫຼາຍຄັ້ງ, ຫຼາຍເທື່ອກວ່າລະກັບທຳມະດາ ເພື່ອກວດພົບບັນດາກໍລະນີ F1 ກາຍເປັນ F0, ຫຼັງຈາກນັ້ນຈັດຕັ້ງການແຍກຕົວຮັບປະກັນຄວາມປອດໄພ”.
 (ແຫຼ່ງຄັດຈາກ VOV)
 


top