ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ໃນໂລກ

ຕາມເວັບໄຊສະຖິຕິ wordometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ເມສາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອທັງໝົດເກືອບ 500 ລ້ານຄົນ, ໃນນັ້ນມີ 6,2 ລ້ານຄົນເສຍຊີວິດ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນກ່ວາ 448 ລ້ານຄົນ.
  ພາບປະກອບ: TTXVN  

 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 155.000 ຄົນ. ອາເມລິກາຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ, ມາຮອດປັດຈຸບັນ ອາເມລິກາມີຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດກ່ວາ 82 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 1 ລ້ານຄົນ. ອິນເດຍຢືນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ຕິດເຊື້ອ (ກ່ວາ 42 ລ້ານຄົນ) ແລະ ບຣາຊິນ ຢືນຢູ່ອັນດັບທີ 2 ກ່ຽວກັບຈຳນວນຜູ້ເສຍຊີວິດ (ກ່ວາ 661.000 ຄົນ).


top