ອາເມລິກາ ຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
ຕາມເວັບໄຊສະຖິຕິ worldometer.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 21 ພະຈິກ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 257,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5,1 ລ້ານຄົນ.
ໃນ 24 ຊົ່ວໂມງທີ່ຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ ຫຼາຍກ່ວາ 463.000 ຄົນ ແລະ ຜູ້ເສຍຊີວິດຕື່ມ 5.300 ຄົນ. ເຢຍລະມັນ ໄດ້ນຳໜ້າທົ່ວໂລກ ກ່ຽວກັບຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ ດ້ວຍຈຳນວນຜູ້ຕິດເຊື້ອເກືອບ 41.000 ຄົນ. ຖັດຈາກນັ້ນແມ່ນ ອັງກິດ ແລະ ລັດເຊຍ.
ອາເມລິກາຍັງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດໃນໂລກ ຈາກໂລກລະບາດໂຄວິດ - 19. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)