ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 28 ກັນຍາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 233 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,77 ລ້ານຄົນ.
ເອົາແບບຢ່າງຫາເຊື້ອໃຫ້ແກ່ປະຊາຊົນຢູ່ໄທ (ພາບ: TTXVN)
      ບໍລິສັດການຢາ Pfizer ຂອງ ອາເມລິກາ ແຈ້ງວ່າ: ໄດ້ເລີ່ມທົດລອງການສັກຕໍ່ຄົນໄລຍະກາງ ແລະ ໄລຍະສຸດທ້າຍ ຂອງປະເພດຢາເມັດຕ້ານໂຄວິດ -19 ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19. ເປົ້າໝາຍຂອງການທົດລອງແມ່ນຕີລາຄາຄວາມປອດໄພ ແລະ ປະສິດທິຜົນຂອງຢາທີ່ມີຊື່ວ່າ PF-07321332 ໃນການສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2 ແລະ ການພັດທະນາບັນດາອາການຂອງໂລກລະບາດໃນໄລຍະເວລາ 14 ວັນ.
(ແຫຼ່ງຄັດຈາກ VOV)

top