ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ໃນທົ່ວໂລກ

      ໄລ່ຮອດເວລາ 7 ໂມງ 30 ນາທີຂອງວັນທີ 15 ພຶດສະພາ (ຕາມເວລາຫວຽດນາມ), ຫວຽດນາມ ມີ 312 ກໍລະນີຕິດເຊື້ອໄວຣັດ SARS-CoV-2; ຫວຽດນາມ ໄດ້ກ້າວເຂົ້າສູ່ມື້ທີ 29 ບໍ່ມີກໍລະນີຕິດໂລກລະບາດໃໝ່ໃນຊຸມຊົນ.

(ພາບປະກອບ: Reuters)
      ໃນຂະນະນັ້ນ, ໂລກໄດ້ມີທັງໝົດ 4.521.174 ກໍລະນີຕິດໂລກລະບາດໂຄວິດ-19. ອາເມລິກາ ແມ່ນປະເທດມີກໍລະນີຕິດໂລກລະບາດໂຄວິດ-19 ຫຼາຍທີ່ສຸດແມ່ນ 1.416.528 ກໍລະນີ. ຖັດຈາກອາເມລິກາ ແມ່ນອັງກິດ, ອີຕາລີ, ຝລັ່ງ, ແອັດສະປາຍ.
        ຢູ່ທະວີບອາເມລິກາ, ບຣາຊິນ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດໂຄວິດ-19 ຢູ່ພາກພື້ນອາເມລິກາລາຕິງ, ມີ 202.981 ກໍລະນີຕິດໂລກລະບາດໂຄວິດ-19.
        ຢູ່ອາຊີ, ມຽນມາ ຖະແຫຼງວ່າ ໄດ້ຕໍ່ກຳນົດເວລາໄປຮອດວັນທີ 30 ພຶດສະພາ ສຳລັບລັດຖະດຳລັດ, ແຈ້ງການ ແລະ ຄຳສັ່ງທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-9 ໂດຍບັນດາອົງການທີ່ກ່ຽວຂ້ອງຂອງປະເທດນີ້ປະກາດໃຊ້ ເພື່ອແນໃສ່ສະກັດກັ້ນການແຜ່ລະບາດຂອງເຊື້ອໄວຣັດ SARS-CoV-2.
        ຢູ່ທະວີບອາຟະລິກາ, ກະຊວງສາທາລະນະສຸກອີຢິບ ຫາກໍ່ປະກາດແຜນການຄວບຄຸມໂລກລະບາດຕາມ 3 ໄລຍະ, ໃນນັ້ນມີບັນດາມາດຕະການແກ້ໄຂທີ່ຈຳເປັນ ເພື່ອແນໃສ່ກຽມພ້ອມນຳການດຳລົງຊີວິດຂອງປະເທດອາຟະລິກາເໜືອ ນີ້ກັບຄືນສູ່ສະພາບເປັນປົກກະຕິເທື່ອລະກ້າວ.
 (ແຫຼ່ງຄັດຈາກ VOV)
 
 


top