ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ແລະ ໃນໂລກ

      ຢູ່ຈຸດໃຈກາງເກີດໂລກລະລາດໂຄວິດ - 19 ໃຫຍ່ອັນດັບທີ 2 ຂອງໂລກແມ່ນ ອິນເດຍ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 17,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 197.900 ຄົນ. ວັນທີ 26 ເມສາ, ອິນເດຍໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ ກ່ວາ 319.400 ຄົນ ໂດຍເປັນລະດັບສູງທີ່ສຸດໃນໂລກ.
ພາບປະກອບ:  Reuters
      ໄລ່ຮອດຕອນເຊົ້າວັນທີ 26 ເມສາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 148,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 3,13 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດໂຄວິດ - 19 ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 32,8 ລ້ານຄົນ ແລະ ມີຜູ້ເສຍຊີວິດ ກ່ວາ 586.400 ຄົນ.
        ຢູ່ຈຸດໃຈກາງເກີດໂລກລະລາດໂຄວິດ - 19 ໃຫຍ່ອັນດັບທີ 2 ຂອງໂລກແມ່ນ ອິນເດຍ ໄດ້ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 17,6 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 197.900 ຄົນ. ວັນທີ 26 ເມສາ, ອິນເດຍໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ ກ່ວາ 319.400 ຄົນ ໂດຍເປັນລະດັບສູງທີ່ສຸດໃນໂລກ.
        ວັນທີ 26 ເມສາ, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ ໄດ້ປະກາດສະພາບການອິນເດຍ ແມ່ນ “ເປັນໜ້າສົງສານທີ່ສຸດ” ແລະ WHO ຈະຜັນຂະຫຍາຍພະນັກງານ ແລະ ລຳລຽງອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ ໃຫ້ແກ່ອິນເດຍຕື່ມອີກ ເພື່ອໜູນຊ່ວຍການສູ້ຮົບຕໍ່ສູ້ກັບໂລກລະບາດໂຄວິດ - 19.
        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 26 ເມສາ, ເມື່ອຕອບສຳພາດຕໍ່ນັກຂ່າວ ກ່ຽວກັບການຜັນແປຂອງໂລກລະບາດໂຄວິດ - 19 ຢູ່ ອິນເດຍໃນປັດຈຸບັນ ແລະ ບັນດາມາດຕະການປົກປ້ອງພົນລະເມືອງ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ: “ຕາມແຫຼ່ງຂ່າວຈາກ ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລ້ວ, ໃນຊຸມວັນທີ່ຜ່ານມາ ສະພາບການໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນ, ກໍ່ຄວາມເສຍຫາຍ ແລະ ສົ່ງຜົນກະທົບຫຍໍ້ທໍ້ ຕໍ່ຊີວິດການເປັນຢູ່ ຂອງປະຊາຊົນຢູ່ທີ່ນີ້. ຫວຽດນາມ ມີຄວາມສົນໃຈ, ຕິດຕາມສະພາບການ, ກຽມພ້ອມການແບ່ງເບົາ, ໜູນຊ່ວຍລັດຖະບານ ແລະ ຊາວ ອິນເດຍ ໃນໄລຍະປະສົບກັບຄວາມຫຍຸ້ງຍາກນີ້. ຫວຽດນາມ ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມຂອງລັດຖະບານ ອິນເດຍ, ສະພາບການຈະໄດ້ຮັບການຄວບຄຸມ ແລະ ເປັນປົກກະຕິ ໂດຍໄວ”.
(ແຫຼ່ງຄັດຈາກ VOV)


top