ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ໃນໂລກ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 236,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 4,8 ລ້ານຄົນ.
(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 06 ຕຸລາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 236,5 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 4,8 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ຍັງແມ່ນ 3 ປະເທດໄດ້ຮັບຜົນສະທ້ອນຫຼາຍທີ່ສຸດໃນໂລກ.

        ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ຕື່ມອີກແມ່ນຫຼາຍກວ່າ 374.5000 ຄົນ ແລະ ມີຜູ້ເສຍຊີວິດກວ່າ 6.800 ຄົນ. ໃນນັ້ນ, ອາເມລິກາ ຍັງນຳໜ້າກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດໃໝ່ເຊິ່ງໄດ້ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ກ່ອນໜ້ານັ້ນ 1 ວັນ.

        ຢູ່ ເອີລົບ, ປະຈຸບັນ ອັງກິດ ແມ່ນປະເທດມີຜູ້ຕິດເຊື້ອຫຼາຍກວ່າໝູ່ແມ່ນກວ່າ 7,9 ລ້ານຄົນ, ໃນຂະນະທີ່ ລັດເຊຍ ມີຜູ້ເສຍຊີວິດຫຼາຍທີ່ສຸດເກືອບ 211.700 ຄົນ.

(ແຫຼ່ງຄັດຈາກ VOV)


top