ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແລະ ໃນໂລກ

      ໃນຕອນເຊົ້າວັນທີ 29 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 87 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.896 ຄົນ ໃນຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມທັງໝົດ 6.657 ຄົນ ແລະ ມີ 47 ຄົນເສຍຊີວິດ.
ພາບປະກອບ: TTXVN
      ຕາມເວັບໄຊ  worldometers.info ແລ້ວ, ໄລ່ຮອດເວລາ 23 ໂມງຂອງວັນທີ 28 ພຶດສະພາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 170 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,53 ລ້ານຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ສືບຕໍ່ແມ່ນ 3 ປະເທດນຳໜ້າກ່ຽວກັບອັດຕາຜູ້ຕິດເຊື້ອພະຍາດໂຄວິດ - 19.
      ໃນເຫດການທີ່ກ່ຽວຂ້ອງ, ວັນທີ 28 ພຶດສະພາ,ທ່ານ Hans Kluge ຜູ້ອຳນວຍການຮັບຜິດຊອບພາກພື້ນ ເອີລົບ ຂອງອົງການອະນາໄມໂລກ, ໄດ້ຄາດຄະເນວ່າ ໂລກລະບາດໂຄວິດ - 19 ຈະສິ້ນສຸດລົງໄດ້ ເມື່ອມີປະຊາຊົນຢ່າງໜ້ອຍສຸດ 70% ໃນທົ່ວປະເທດ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ເທົ່ານັ້ນ.
ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງ ຫາ 12 ໂມງວັນທີ 29 ພຶດສະພາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 56 ຄົນ. ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 2.896 ຄົນ  ມີ 47 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)

top