ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ໃນໂລກ

      ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນ 37.064.839 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.071.460 ຄົນ

 (ພາບປະກອບ: nhandan.com.vn)
      ຕາມບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ- 19 ໃຫ້ຮູ້ວ່າ, ນັບແຕ່ເວລາ 18 ໂມງຂອງວັນທີ 10 ຕຸລາ ຫາເວລາ 6 ໂມງຂອງວັນທີ 11 ຕຸລາ, ຫວຽດນາມ ບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. ສະນັ້ນ, ໄດ້ເປັນມື້ທີ 39 ຫວຽດນາມ ບໍ່ກວດພົບກໍລະນີຕິດໂລກລະບາດໂຄວິດ-19 ຝຍຊຸມຊົນ.
ປະຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ແມ່ນ 1.107 ຄົນ, ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.024 ຄົນ, ໃນນັ້ນມີຜູ້ເສຍຊີວິດ 35 ຄົນ.
      ສ່ວນຢູ່ໃນໂລກ, ໄລ່ຮອດເວລາ 23 ໂມງຂອງວັນທີ 10 ຕຸລາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ- 19 ແມ່ນ 37.064.839 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.071.460 ຄົນ ແລະ ຜູ້ທີ່ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 27.859.978 ຄົນ.
ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ-19 ດ້ວຍຈຳນວນ 7.889.502 ຄົນ, ມີຜູ້ເສຍຊີວິດ 218.574 ຄົນ. ຖັກຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)


top