ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແລະ ຕ່າງປະເທດ

ໄລ່ຮອດຈຸດເວລານີ້ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.426 ຄົນ.
ເປັນມື້ທີ 14 ຢູ່ 9 ແຂວງບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນ. (ພາບປະກອບ: TTXVN)

ໄລ່ຮອດຕອນບ່າຍວັນທີ 26 ກຸມພາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 2.426 ຄົນ. ເປັນມື້ທີ 14 ຢູ່ 9 ແຂວງບໍ່ມີກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນຊຸມຊົນລວມມີ: ຮ່ວາບິ່ງ, ດ້ຽນບຽນ, ຮ່າຢາງ, ບິ່ງເຢືອງ, ຮືງອຽນ, ບັ໊ກຢາງ, ຢາລາຍ, ບັ໊ກນິງ, ກວາງນິງ. ປະຈຸບັນມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 1.839 ຄົນໄດ້ປະກາດປິ່ນປົວຫາຍດີເປັນປົກກະຕິ.

        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 26 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 113,5 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 2,5 ລ້ານຄົນ.

        ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ-19, ໃນນັ້ນມີຜູ້ຕິດເຊື້ອພະຍາດໂຄວິດ-19 ເກືອບ 29 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 51 ພັນຄົນ. ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

(ແຫຼ່ງຄັດຈາກ VOV)


top