ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ຫວຽດນາມ

      ຕາມການລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 21 ສິງຫາ ຫາເວລາ 6 ໂມງຂອງວັນທີ 22 ສິງຫາ, ຫວຽດນາມ  ຢັ້ງຢືນບໍ່ມີກໍລະນີຕິດເຊື້ອໃໝ່ຕື່ມອີກ.
        ຕາມການລາຍງານຂອງອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ມີຄົນເຈັບຕິດເຊື້ອໂຄວິດ - 19 ຕື່ມອີກ 02 ຄົນ ໄດ້ຮັບການປິ່ນປົວຫາຍດີ. ເປັນອັນວ່າ, ປັດຈຸບັນ, ຫວຽດນາມມີຜູ້ຕິດເຊື້ອ 547/1.009 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ 25 ຄົນ ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.
        ຢູ່ນະຄອນດ່າໜັງ, ຂະແໜງການສາທາລະນະສຸກຂອງນະຄອນ ໄດ້ສືບຫາປະຫວັດການສຳຜັດກັບຜູ້ຕິດເຊື້ອ, ເພີ່ມຄວາມໄວໃນການກວດຫາເຊື້ອ ແລະ ຈຳກັດບໍລິເວນ ໂດຍດ່ວນ ເພື່ອບໍ່ປະໃຫ້ໂລກລະບາດແຜ່ລາມອອກສູ່ຊຸມຊົນ. ໄລ່ຮອດຈຸດເວລານີ້, ສະພາບການໂລກລະບາດໂຄວິດ - 19 ຢູ່ນະຄອນ ດ່າໜັງໄດ້ຮັບການຄວບຄຸມໃນເບື້ອງຕົ້ນ.


ຂະແໜງການສາທາລະນະສຸກ ນະຄອນດ່າໜັງເພີ່ມຄວາມໄວໃນການກວດຫາເຊື້ອ
      ສ່ວນຢູ່ແຂວງຫ໋າຍເຢືອງ, ໃນຕອນເຊົ້າວັນທີ 22 ສິງຫາ, ຄະນະປະຕິບັດງານຂອງກະຊວງສາທາລະນະສຸກ ໂດຍທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດ໊ຊວັນຕວຽນ ຮັບຜິດຊອບ ໄດ້ລົງກວດກາບັນດາຮາກຖານການປິ່ນປົວ, ສະຖານທີ່ແຍກຕົວ ແລະ ມີການເຮັດວຽກກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຂອງແຂວງຫ໋າຍເຢືອງ.
      ເຂົ້າຮ່ວມໃນຄະນະກວດກາ, ທ່ານ ສາດສະດາຈານ ເຈິ່ນດັກຟູ,ນັກຊ່ຽວຊານຂັ້ນສູງຂອງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ກ່າວເຕືອນວ່າ:
 “ຕາມອົງການອະນາໄມໂລກແລ້ວ, ສະພາບການໂລກລະບາດອາດຈະແກ່ຍາວຢ່າງໜ້ອຍສຸດແມ່ນອີກ 2 ປີ, ສະນັ້ນ, ແຂວງຫ໋າຍເຢືອງຕ້ອງມີແຜນການຢ່າງລະອຽດ. ສຳລັບ ວັກຊິນປ້ອງກັນ, ໃນໂລກຍັງບໍ່ມີປະເທດໃດສາມາດຜະລິດໄດ້ເທື່ອ, ຖ້າຫາກວ່າມີ, ຢູ່ຫວຽດນາມ ໄວທີ່ສຸດກໍຈະແມ່ນທ້າຍປີ 2021 ສະນັ້ນ ພວກເຮົາຕ້ອງຕໍ່ສູ້ແບບຍາວນານກັບໂລກລະບາດດັ່ງກ່າວ.”
(ແຫຼ່ງຄັດຈາກ VOV)


top