ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ຫວຽດນາມ

ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແມ່ນ 241 ຄົນ.
 

ຕາມຂ່າວຈາກກະຊວງສາທາລະນະສຸກຫວຽດນາມ, ວັນທີ 06 ເມສາ, ຫວຽດນາມ ມີຜູ້ຕິດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຕື່ມອີກ 4 ຄົນ, ອັນໄດ້ຍົກຈຳນວນຜູ້ໄດ້ປິ່ວປົນຫາຍດີຂຶ້ນເປັນ 95 ຄົນແລ້ວ. 4 ຄົນດັ່ງກ່າວສືບຕໍ່ໄດ້ແຍກຕົວເພື່ອຕິດຕາມອາການສຸດຂະພາບເປັນເວລາ 14 ວັນຕື່ມອີກ.

        ແລະກໍ່ໃນວັນດຽວກັນ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ໄດ້ສົ່ງໂທລະເລກດ່ວນເຖິງບັນດາໂຮງໝໍຂຶ້ນກັບກະຊວງສາທາລະນະສຸກ; ພະແນກສາທາລະນະສຸກບັນດາແຂວງ, ນະຄອນ… ສືບຕໍ່ເພີ່ມທະວີການປ້ອງກັນ ແລະ ຄວບຄຸມການຕິດແປດໂຄວິດ-19 ຢູ່ຮາກຖານກວດ, ປິ່ນປົວພະຍາດ. ຕາມນັ້ນແລ້ວ, ບັນດາຜູ້ມາກວດພະຍາດທີ່ຖືກສົງໄສ ຫຼື ມີອາການບໍ່ຈະແຈ້ງລ້ວນແຕ່ຕ້ອງວິໄຈໄວຣັດ SARS-CoV-2 ໂດຍທັນທີ ຫຼື ແຍກຕົວ.

ກ່ອນໜ້ານັ້ນ, ກໍ່ຕາມຂ່າວໂດຍກະຊວງສາທາລະສຸກຫວຽດນາມ ປະກາດໃນເວລາ 6 ໂມງຂອງວັນທີ 06 ເມສາ, ນີ້ແມ່ນມື້ທີ 2 ຢ່າງລຽນຕິດນັບແຕ່ວັນທີ 05 ເມສາ, ຫວຽດນາມ ບໍ່ກວດພົບຜູ້ຕິດໂລກລະບາດໂຄວິດ-19 ຕື່ມອີກ. ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ຫວຽດນາມ ແມ່ນ 241 ຄົນ.

        ກ່ຽວກັບສະພາບການປິ່ວປົນ, ປະຈຸບັນມີ 150 ຄົນພວມປິ່ວປົນຢູ່ 21 ຮາກຖານສາທາລະນະສຸກ. ໃນຈຳນວນດັ່ງກ່າວ, ມີຈຳນວນກໍລະນີມີຜົນກວດເປັນລົບຄັ້ງທີ 1 ໄດ້ເພີ່ມຂຶ້ນ 52 ຄົນ, ກໍລະນີມີຜົນກວດເປັນລົບຄັ້ງທີ 2 ແມ່ນ 25 ຄົນ. ຄາດວ່າ, ວັນທີ 06 ເມສາ ຈະມີບາງກໍລະນີສາມາດອອກໂຮງໝໍໄດ້.

 (ແຫຼ່ງຄັດຈາກ VOV)


top