ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດ​ນາມ ແລະ ໃນໂລກ

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 431 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,94 ລ້ານຄົນ.

ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 431 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,94 ລ້ານຄົນ.

   

(ພາບປະກອບ: THX/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 24 ກຸມພາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 431 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 5,94 ລ້ານຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ກວ່າ 1,75 ລ້ານຄົນ ແລະ ມີຜູ້ເສຍຊີວິດ 9.375 ຄົນ. ເຢຍລະມັນ ແມ່ນປະເທດມີຜູ້ຕິດເຊື້ອໃໝ່ຫຼາຍທີ່ສຸດໃນໂລກ, ດ້ວຍ ຈຳນວນ 2.000 ຄົນ, ໃນຂະນະທີ່ ອາເມລິກາ ແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດຢູ່ໃນໂລກ, ມີຜູ້ເສຍຊີວິດ ເກືອບ  1.700 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດ ອາຊີ, ຕາມນັ້ນແລ້ວ ມາເລເຊຍ, ໄທ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຫຼາຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ໃນຂະນະທີ່ ສ.ເກົາຫຼີ ມີຜູ້ຕິດເຊື້ອລາຍໃໝ່ຫຼາຍທີ່ 2 ຢູ່ໃນໂລກ.

ສ່ວນຢູ່ ຫວຽດນາມ, ນັບແຕ່ເວລາ 16 ໂມງຂອງວັນທີ 24 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 78.795 ຄົນ ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ. ໃນນັ້ນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 16.000 ຄົນ, ຜູ້ເສຍຊີວິດ 78 ຄົນ.

ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ຫວຽດນາມ ສັກວັກຊິນທັງໝົດເກືອບ 193 ລ້ານໂດສ.

(ແຫຼ່ງຄັດຈາກ VOV)


top