ຂ່າວສານ

ສະພາບການໂລກລະບາດໂຄວິດ-19 ຢູ່ ຫວຽດນາມ ແລະ ໃນໂລກ

ໄລ່ມາຮອດເວລາ 2 ໂມງຂອງວັນທີ 6 ກຸມພາຕາມເວລາ  UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ປະມານ  394 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 5,7 ລ້ານຄົນ.
ຊາວ ສ.ເກົາຫຼີ ຢືນລຽນແຖວເປັນລຳດັບເພື່ອກວດຫາເຊື້ອ

ນັບແຕ່ເວລາ 16 ໂມງຂອງວັນທີ 5 ກຸມພາ ຫາ ເວລາ 16 ໂມງຂອງວັນທີ 6 ກຸມພາ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 14.112 ຄົນ, ເພີ່ມຂຶ້ນ 1.945 ຄົນເມື່ອທຽບໃສ່ກ່ອນນັ້ນ ຢູ່ 62 ແຂວງ, ນະຄອນພາຍໃນປະເທດ. ຮ່າໂນ້ຍມີຈຳນວນຜູ້ຕິດເຊື້ອ ໂຄວິດ-19ຫຼາຍກ່ວາໝູ່ ດ້ວຍ 2.797 ກໍລະນີ

       ກໍໃນວັນດຽວກັນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 6.802  ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະມີຜູ້ຕິດເຊື້ອຖືກເສຍຊີວິດ 63 ຄົນ

       ໄລ່ມາຮອດເວລາ 2 ໂມງຂອງວັນທີ 6 ກຸມພາຕາມເວລາ  UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ປະມານ  394 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດຫຼາຍກວ່າ 5,7 ລ້ານຄົນ. ອາເມລິກາ ຍັງຄົງແມ່ນປະເທດທີ່ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ຂະນະທີ່ມີຈຳນວນຜູ້ຕິດເຊື້ອ ແລະເສຍຊີວິດຫຼາຍກວ່າໝູ່ໃນໂລກ.

(ແຫຼ່ງຄັດຈາກ VOV)


top