ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ໄລ່ຮອດຕອນເຊົ້າວັນທີ 7 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 197.175 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 62.332 ຄົນ.
ພາບປະກອບ: TTXVN
      ແຫຼ່ງຂາກຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງ 30 ນາທີ ຂອງວັນທີ  6 ສິງຫາ ຫາເວລາ 6 ໂມງຂອງວັນທີ 7 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ໃນຊຸມຊົນຕື່ມອີກ 3.794 ຄົນ, ສະເພາະ ນະຄອນໂຮ່ຈີມິນ ມີ 1.836 ຄົນ.
ໄລ່ຮອດຕອນເຊົ້າວັນທີ 7 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 197.175 ຄົນ, ໃນນັ້ນມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 62.332 ຄົນ.
      ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 7 ສິງຫາ (ຕາມເວລາ UTC) ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 202 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 4,2 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິກ່ວາ 181 ລ້ານຄົນ.
      ປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 632.641 ຄົນ, ຖັດຈາກນັ້ນ ແມ່ນ ອິນເດຍ, ບຣາຊິນ.
 (ແຫຼ່ງຄັດຈາກ VOV)
 


top