ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 22 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 47 ຄົນ, ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.530 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 5.453 ຄົນ, ມີ 69 ຄົນເສຍຊີວິດ.
ພາບປະກອບ: THX/TTXVN
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 22 ມິຖຸນາ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 179,5 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດເກືອບ 3,9 ລ້ານຄົນ. ປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,4 ລ້ານຄົນ ແລະ ຜູ້ເສຍຊີວິດ ເກືອບ 617.500 ຄົນ. ຢູ່ ອິນເດຍ, ຍອດຈຳນວນຜູ້ຕິດເຊື້ອໄດ້ເພີ່ມຂຶ້ນເຖິງເກືອບ 30 ລ້ານຄົນ, ໃນນັ້ນ ມີຜູ້ເສຍຊີວິດກ່ວາ 389.000 ຄົນ.
        ສ່ວນຢູ່ ຫວຽດນາມ, ໃນຕອນເຊົ້າວັນທີ 22 ມິຖຸນາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 47 ຄົນ, ດັ່ງນັ້ນ ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 13.530 ຄົນ, ມີຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 5.453 ຄົນ, ມີ 69 ຄົນເສຍຊີວິດ.
        ໃນຂະນະນັ້ນ, ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງ ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ມີກ່ວາ 50% ບັນດາປະເທດທຸກຍາກ ທີ່ໄດ້ຮັບວັກຊິນກັນໂຄວິດ - 19 ຜ່ານໂຄງການ COVAX ຍັງບໍ່ໄດ້ຮັບການສະໜອງວັກຊິນຢ່າງພຽງພໍ ເພື່ອຮັກສາໂຄງການສັກວັກຊິນ.
(ແຫຼ່ງຄັດຈາກ VOV)


top