ຕາມເວັບໄຊສະຖິຕິ
worldometers.infoແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ມິຖຸນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 177 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 3,8 ລ້ານຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຜົນກະທົບຢ່າງຮ້າຍແຮງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 34,3 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 615.000 ຄົນ, ຖັດຈາກນັ້ນແມ່ນອິນເດຍແລະບຣາຊິນ.
ກ່ຽວຂ້ອງເຖິງບັນຫາແບ່ງປັນວັກຊິນກັນໂຄວິດ - 19, ອົງການອະນາໄມໂລກ (WHO) ແລະບັນດານັກຊ່ຽວຊານສາກົນ ຖືວ່າ ຄຳໝັ້ນສັນຍາຂອງ ກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາແຖວໜ້າໂລກ (G7) ແບ່ງປັນ ວັກຊິນກັນໂຄວິດ - 19 ປະລິມານ 1 ຕື້ໂດສໃຫ້ແກ່ບັນດາປະເທດທຸກຍາກແມ່ນໜ້ອຍສຸດ ແລະ ຊ້າເກີນໄປ, ໃນສະພາບການທີ່ໂລກຄາດວ່າພວມຕ້ອງການວັກຊິນ 11 ຕື້ໂດສ. ທ່ານ Bruce Aylward ທີ່ປຶກສາຂັ້ນສູງຂອງ WHO ໃຫ້ຮູ້ວ່າ ອາຟຼີກກາ ຈະໄດ້ຮັບການບຸລິມະສິດໃນວິວັດການແຈກຢາຍວັກຊິນກັນໂຄວິດ - 19 ດ້ວຍປະລິມານ 870 ລ້ານໂດສ ໂດຍ G7 ອຸປະຖຳ.