ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ໃນຕອນບ່າຍວັນທີ 11 ເມສາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 1 ກໍລະນີ. 
(ພາບປະກອບ: ກະຊວງສາທາລະນະສຸກ)
      ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ, ໃນຕອນບ່າຍວັນທີ 11 ເມສາ, ຫວຽດນາມໄດ້ຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ຕື່ມອີກ 1 ກໍລະນີ, ນັ້ນແມ່ນຊາວຫວຽດນາມທີ່ມາຈາກຕ່າງປະເທດ ຜ່ານດ່ານສາກົນ ຮ່າຕຽນ ທີ່ແຂວງ ກຽນຢາງ ເມື່ອວັນທີ 8 ເມສາ ແລະ ໄດ້ຖືກແຍກຕົວໃນທັນທີ. ໄລ່ມາຮອດເວລາ 18 ໂມງ ວັນທີ 11 ເມສາ, ຫວຽດນາມຢັ້ງຢືນ ມີຜູ້ຕິດເຊື້ອ ໂຄວິດ-19 ທັງໝົດ 2693 ກໍລະນີ ໃນນັ້ນ ມີ 1570 ກໍລະນີຕິດເຊື້ອໃນຊຸມຊົນ. ຫວຽດນາມ ໄດ້ປິ່ນປົວຫາຍດີ 2.429 ກໍລະນີ ແລະ ມີ 35 ກໍລະນີເສຍຊີວິດ.
        ກ່ຽວກັບຄວາມຄືບໜ້າສັກວັກຊິນກັນພະຍາດໂຄວິດ - 19, ໄລ່ຮອດເວລາ 16 ໂມງຂອງວັນທີ 10 ເມສາ, ມີ 19 ແຂວງ, ນະຄອນຂອງ ຫວຽດນາມ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 ໃນນັ້ນ ມີຫຼາຍກວ່າ 58.000 ຄົນ ໄດ້ສັກວັກຊິນແລ້ວ.
        ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldmeters.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 11 ເມສາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດດັ່ງກ່າວລວມທັງໝົດເກືອບ 136 ລ້ານຄົນ, ໃນນັ້ນ ມີ ເກືອບ 3 ລ້ານຄົນ ເສຍຊີວິດ.
        ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ ດ້ວຍຈຳນວນຜູ້ເສຍຊີວິດ ຫຼາຍກວ່າ 575.000 ຄົນ ໃນຈໍານວນຜູ້ຕິດເຊື້ອແມ່ນເກືອບ 32 ລ້ານຄົນ. ຖັດຈາກນັ້ນ ແມ່ນ ບຣາຊິນ ແລະ ອິນເດຍ.
        ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 657.000 ຄົນ, ເຊິ່ງຫຼາຍທີ່ສຸດແມ່ນຢູ່ ອິນເດຍ ດ້ວຍເກືອບ 153.000 ຄົນ.
(ແຫຼ່ງຄັດຈາກ VOV)

top