ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ວັນທີ 15 ມີນາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດເວລາ 18 ໂມງຂອງວັນທີ 15 ມີນາ, ຫວຽດນາມ ບໍ່ກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.
ພາບປະກອບ: baotintuc.vn
      ປັດຈຸບັນ, ຫວຽດນາມ ຍັງມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2554 ຄົນ, ໃນນັ້ນມີ 2115 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ແລະ ມີຜູ້ເສຍຊີວິດ 35 ຄົນ.
        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 15 ມີນາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 120.402.021 ຄົນ ໃນນັ້ນມີ 2.664.774 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ເສຍຊີວິດ ແມ່ນ 538.628 ຄົນ ໃນຍອດຈຳນວນຜູ້ຕິດເຊື້ອ 29.744.652 ຄົນ. ຖັດຈາກນັ້ນ ແມ່ນ ອິນເດຍ, ບຣາຊິນ…
(ແຫຼ່ງຄັດຈາກ VOV)


top