ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ ແລະ ໃນໂລກ

      ປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 15.351.692 ຄົນ ໃນນັ້ນມີ 290.377 ຄົນເສຍຊີວິດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ພາບປະກອບ: AP 
      ຕາມເວັບໄຊ ສະຖິຕິ worldometers.infoແລ້ວ, ໄລ່ຮອດເວລາ ປະມານ 1 ໂມງເຊົ້າຂອງວັນທີ 8 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ກ່ວາ 67,9 ລ້ານຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.549.617 ຄົນ. ປະເທດຖືກຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຍັງຄົງແມ່ນ ອາເມລິກາ, ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ ໂຄວິດ - 19 ແມ່ນ 15.351.692 ຄົນ ໃນນັ້ນມີ 290.377 ຄົນເສຍຊີວິດ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
            ແລະກໍ່ໃນເຫດການທີ່ກ່ຽວຂ້ອງໃນລະຫວ່າງວັນທີ 7 – 8 ທັນວາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ ຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລັດ (UAE), ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຂອງ UAE ແລະ ອິນເດຍໄດ້ຈັດສົ່ງພົນລະເມືອງ ຫວຽດນາມເກືອບ 350 ຄົນ ກັບຄືນປະເທດຢ່າງປອດໄພ. ພາຍຫຼັງເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣັງ, ແຄ໊ງຮ່ວາ, ຜູ້ໂດຍສານທັງໝົດໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ.
(ແຫຼ່ງຄັດຈາກ VOV)


top