ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ

   
ພາບປະກອບ: AFP/TTXVN
      ຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງຂອງວັນທີ 30 ມີນາ ຫາ ເວລາ 18 ໂມງຂອງວັນທີ 30 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ. ປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 2.594 ຄົນ, ໃນນັ້ນມີ 35 ຄົນເສຍຊີວິດ.
        ກ່ຽວກັບຄວາມຄືບໜ້າໃນການສັກວັກຊິນ, ມີຜູ້ໄດ້ຮັບການສັກວັກຊິນກັນໂຄວິດ - 19 ເກືອບ 46.500 ຄົນ ຢູ່ 19 ແຂວງ, ນະຄອນ ໃນທົ່ວປະເທດ. ບັນດາຜູ້ໄດ້ຮັບການສັກວັກຊິນ ກັນໂຄວິດ - 19 ແມ່ນພະນັກງານການແພດ, ກຳລັງເຂົ້າຮ່ວມວຽກງານປິ່ນປົວ, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)


top