ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢູ່ ຫວຽດນາມ

      ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2448 ຄົນ, ໃນນັ້ນມີ 1876 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.
ສີດຢາຂ້າເຊື້ອເພື່ອຕ້ອນຮັບນັກຮຽນກັບຄືນໂຮງຮຽນ (ພາບ: TTXVN)
      ວັນທີ 1 ມີນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 28 ກຸມພາ ຫາ 6 ໂມງຂອງວັນທີ 1 ມີນາ, ຫວຽດນາມ ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ.
            ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ແມ່ນ 2448 ຄົນ, ໃນນັ້ນມີ 1876 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີຜູ້ເສຍຊີວິດ 35 ຄົນ.
 (ແຫຼ່ງຄັດຈາກ VOV)


top