ຂ່າວສານ

ສະພາບການໂລກລະບາດໂຄວິດ - 19 ຢຸ່ ຫວຽດນາມ ແລະ ໃນໂລກ

      ຕາມເວັບໄຊສະຖິຕິ worldometers.info ແລ້ວ,ໄລ່ຮອດເວລາ 2 ໂມງຂອງວັນທີ 14 ກັນຍາ (ຕາມເວລາ UTC), ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 226 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,65 ລ້ານຄົນ.
ພາບປະກອບ
      ໃນຮອບເວລາ 24ຊົ່ວໂມງທີ່ຜ່ານມາ, ໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 420.000 ຄົນ ແລະ ມີຜູ້ເສຍຊີວິດຍ້ອນໂລກລະບາດ ໂຄວິດ - 19 ຕື່ມອີກ 6.648 ຄົນ. ອາເມລິກາ ຍັງແມ່ນປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຫຼາຍທີ່ສຸດໃນໂລກ, ດ້ວຍຜູ້ຕິດເຊື້ອເກືອບ 93.000 ຄົນ, ແລະ ກໍ່ແມ່ນປະເທດທີ່ມີຜູ້ເສຍຊີວິດໃນວັນຫຼາຍທີ່ສຸດດ້ວຍຈຳນວນ 742 ຄົນ.
      ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 13 ກັນຍາ ຫາເວລາ 17 ໂມງຂອງວັນທີ 14 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 10.508 ຄົນ. ດັ່ງນັ້ນ, ມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 635.055 ຄົນ, ມີ 398.461 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 15.936 ຄົນເສຍຊີວິດ.
(ແຫຼ່ງຄັດຈາກ VOV)


top