ຂ່າວສານ

ສະພາບການໂລກລະບາດ Covid – 19 ໃນທົ່ວໂລກ

      ຕາມເວັບໄຊສະຖິຕິ worldometers.info , ໄລ່ຮອດເວລາ 8 ໂມງວັນທີ 6 ກໍລະກົດ (ຕາມເວລາ ຫວຽດນາມ), ຍອດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນທົ່ວໂລກແມ່ນ11.549.429  ຄົນ, ໃນນັ້ນມີ 536.441 ກໍລະນີເສຍຊີວິດ.

ພະນັກງານໄປຊິດຢາຂ້າເຊື້ອຢູ່ເມັກຊີໂກ (ພາບ: THX/ TTXVN )
      ອາເມລິກາຍັງແມ່ນປະເທດທີ່ມີຈຳນວນຜູ້ຕິດເຊື້ອພະຍາດຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 1.837.170 ຄົນ, ໃນນັ້ນມີ 106.195 ຄົນເສຍຊີວິດ. ຢູ່ອາຊີ, ອິນເດຍຢືນອັນດັບທີ 3ໃນໂລກ. ເອີລົບສືບຕໍ່ມີທ່າອ່ຽງຫຼຸດລົງ, ອັນໄດ້ສ້າງເງື່ອນໄຂເພື່ອໃຫ້ບັນດາປະເທດຢູ່ທະວີບນີ້ຜ່ອນຜັນບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ, ແລະ ເປີດປະຕູຊາຍແດນເທື່ອລະກ້າວ, ຟື້ນຟູການເຄື່ອນໄຫວຄວາມເສດຖະກິດ. ອາເມລິກາ ລາຕິນສືບຕໍ່ແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດ Covid – 19, ດ້ວຍຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນຢ່າງແຮງໃນຊຸມວັນມໍ່ໆມານີ້ຄື: ບຣາຊິນ, ເມັກຊີໂກ, ຈີເລ…
 (ແຫຼ່ງຄັດຈາກ VOV)


top