ຂ່າວສານ

ສະພາບການໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ໃນໂລກ

ຢູ່ເອີລົບ, ສະພາບການໂລກລະບາດໂຄວິດ - 19 ມີທ່າອ່ຽງຕັ້ງໜ້າເຊິ່ງເປັນພື້ນຖານເພື່ອໃຫ້ບາງປະເທດຜ່ອນຜັນມາດຕະການປ້ອງກັນຕ້ານໂລກລະບາດ.
  ພາບປະກອບ: TTXVN  

 ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 22 ໂມງຂອງວັນທີ 3 ມີນາ (ຕາມເວລາ ຫວຽດນາມ), ທົ່ວໂລກ ມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດກ່ວາ 441 ລ້ານຄົນ ແລະ ຜູ້ເສຍຊີວິດ ເກືອບ 6 ລ້ານຄົນ. ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 80,7 ລ້ານຄົນ ແລະ ຜູ້ເສຍຊີວິດ ເກືອບ 980.000 ຄົນ. ຖັດຈາກ ອາເມລິກາ ແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ເອີລົບ, ສະພາບການໂລກລະບາດໂຄວິດ - 19 ມີທ່າອ່ຽງຕັ້ງໜ້າເຊິ່ງເປັນພື້ນຖານເພື່ອໃຫ້ບາງປະເທດຜ່ອນຜັນມາດຕະການປ້ອງກັນຕ້ານໂລກລະບາດ. ຄາດວ່າ, ໃນເດືອນມີນານີ້, ຝລັ່ງ ຈະຢຸດຕິ ຂໍ້ກຳນົດຈຳກັດທີ່ໄດ້ນຳໃຊ້ເກືອບທັງໝົດເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ສ່ວນຢູ່ຫວຽດນາມ ນັບແຕ່ເວລາ 16 ໂມງຂອງວັນທີ 3 ມີນາ ຫາເວລາ 16 ໂມງຂອງວັນທີ 4 ມີນາ, ຫວຽດນາມມີຜູ້ຕິດເຊື້ອໃໝ່ຕື່ມອີກ 125.587 ຄົນ, ດັ່ງນັ້ນມາຮອດປັດຈຸບັນ ຫວຽດນາມ ມີຜູ້ຕິດເຊື້ອທັງໝົດ 4.059.262 ຄົນ, ໃນນັ້ນມີ 2.589.436 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.



top