ຂ່າວສານ

ສະພາບການໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ໃນໂລກ

      ວັນທີ 29 ກັນຍາ, ລັດເຊຍ ຢັ້ງຢືນມີຜູ້ເສຍຊີວິດໃນມື້ແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ກໍ່ແມ່ນ ມື້ທີ 2 ຢ່າງລຽນຕິດທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນລະດັບສູງໃໝ່. 
ພາບປະກອບ: AP
      ຕາມເວັບໄຊສະຖິຕິ worldometers.info ແລ້ວ, ນັບແຕ່ເວລາ 1 ໂມງຂອງວັນທີ 30 ກັນຍາ, ຕາມເວລາ UTC, ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອຕິດເຊື້ອພະຍາດໂຄວິດ - 19 ກ່ວາ 234 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ເກືອບ 4,8 ລ້ານຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ກ່ວາ 210.000 ຄົນ. ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດໃນໂລກ, ດ້ວຍຈຳນວນຜູ້ຕິດເຊື້ອ ຕາມລຳດັບແມ່ນ ກ່ວາ 44 ລ້ານຄົນ, 33,7 ລ້ານຄົນ ແລະ ກ່ວາ 21 ລ້ານຄົນ.
      ວັນທີ 29 ກັນຍາ, ລັດເຊຍ ຢັ້ງຢືນມີຜູ້ເສຍຊີວິດໃນມື້ແມ່ນສູງທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ແລະ ກໍ່ແມ່ນ ມື້ທີ 2 ຢ່າງລຽນຕິດທີ່ຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນລະດັບສູງໃໝ່. ທ່ານ Dmitry Peskov ໂຄສົກ ວັງ Kremlin ໄດ້ຕີລາຄາວ່າ: ປັດຈຸບັນ, ສະພາບການໂລກລະບາດ ເປັນໜ້າກັງວົນທີ່ສຸດ ພ້ອມທັງຮຽກຮ້ອງໃຫ້ປະຊາຊົນຈຳກັດການເດີນທາງໄປມາ.
      ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 29 ກັນຍາ ຫາເວລາ 17 ໂມງຂອງວັນທີ 30 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 7.940 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 3 ຄົນ. ດັ່ງນັ້ນມາຮອດປັດຈຸບັນ,ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 790.755 ຄົນ, ໃນນັ້ນມີ 608.831 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. 
(ແຫຼ່ງຄັດຈາກ VOV)


top