ຂ່າວສານ

ສະພາບການໂລກລະບາດ Covid – 19 ຢູ່ຫວຽດນາມ ແລະ ໃນໂລກ

      ໄລ່ຮອດເວລາ 18 ໂມງຂອງວັນທີ 14 ຕຸລາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ, ມີຜູ້ເສຍຊີວິດ 35 ຄົນ.

ພາບປະກອບ: nld.com.vn
      ບົດລາຍງານຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ນັບແຕ່ເວລາ 6 ໂມງ ຫາ 18 ໂມງຂອງວັນທີ 14 ຕຸລາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ 9 ຄົນ, ນີ້ແມ່ນຜູ້ຕິດເຊື້ອກັບມາຈາກຕ່າງປະເທດ ແລະ ໄດ້ຮັບການແຍກຕົວໃນທັນທີ ຢູ່ແຂວງດົ່ງທາບ. ຜູ້ຕິດເຊື້ອພະຍາດ 9 ຄົນດັ່ງກ່າວລ້ວນແຕ່ ແມ່ນ ເພດຊາຍ, ແມ່ນນັກຊ່ຽວຊານອິນເດຍ, ມີອາຍຸແຕ່ 27 – 41 ປີ, ເຂົ້າເມືອງຫວຽດນາມແຕ່ວັນທີ 6 ຕຸລາ.
            ໄລ່ຮອດເວລາ 18 ໂມງຂອງວັນທີ 14 ຕຸລາ, ຫວຽດນາມມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດແມ່ນ 1122 ຄົນ, ໃນນັ້ນມີ ຜູ້ໄດ້ຮັບການປິ່ນປົວຫາຍດີ 1026 ຄົນ, ມີຜູ້ເສຍຊີວິດ 35 ຄົນ.
            ໃນເຫດການທີ່ກ່ຽວຂ້ອງ, ຕາມເວັບໄຊສະຖິຕິ worldometers.info ໄລ່ຮອດເວລາ 1ໂມງຂອງວັນທີ 15 ຕຸລາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ກ່ວາ 38.728.300 ຄົນ ໃນນັ້ນມີຜູ້ເສຍຊີວິດ 1.096.316 ຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ ດ້ວຍຈຳນວນຜູ້ຕິດຊື້ອ ພະຍາດ Covid – 19 ແມ່ນ 8.148.706 ຄົນ ແລະ ຜູ້ເສຍຊີວິດແມ່ນ 221.840 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.
(ແຫຼ່ງຄັດຈາກ VOV)


top