ຂ່າວສານ

ສະພາບການເສດຖະກິດ ຫວຽດນາມ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເມື່ອໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ

      ໃນສະພາບປົກກະຕິໃໝ່ ໄປຄຽງຄູ່ກັບບົດບາດການຮ່ວມເດີນທາງ ແລະ ການຕໍ່ກຳລັງແຮງຈາກລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນນັ້ນ, ຄວາມມານະພະຍາຍາມ, ຂໍ້ລິເລີ່ມ, ມາດຕະການຮັບມື ແລະ ທິດກ້າວເດີນທີ່ເໝາະສົມຂອງວິສາຫະກິດ ຈະແມ່ນປັດໄຈຕັດສິນການຄົງຕົວຂອງຕົນ.
ກອງປະຊຸມສຳມະນາຖືກຈັດຂຶ້ນແບບທາງໄກ  (ພາບ: VOV)
      “ສະພາບການເສດຖະກິດ ຫວຽດນາມ ແລະ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ: ຄາດຄະເນສະພາບການເສດຖະກິດໃນໄຕມາດທີ IV ແລະ ແງ່ຫວັງປີ 2022” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາແບບທາງໄກ ເຊິ່ງຖືກຈັດຂຶ້ນໃນວັນທີ 01 ຕຸລາ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສາຂາຢູ່ນະຄອນ ເກິ່ນເທີ ສົມທົບກັບ ຫ້ອງການຕາງໜ້າ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ປະຈຳ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ  ແລະ ສູນກຳມະການສາກົນ ຫວຽດນາມ (VIAC) ຈັດຂຶ້ນ. ນະທີ່ນີ້, ທ່ານ ຫວໍເຕິນແທັ່ງ, ຮອງປະທານ VCCI, ໃຫ້ຮູ້ວ່າ:
            “ຈຸດເວລາທີ່ເປີດປະຕູຄືນໃໝ່ ແມ່ນຈຸດເວລາທີ່ວິສາຫະກິດຕ້ອງເພີ່ມຄວາມໄວໃນສະພາບການທີ່ອ່ອນດ້ອຍ ຍ້ອນພັກມາດົນແລ້ວ ບວກກັບຄວາມຫຍຸ້ງຍາກນາໆປະການ. ໃນສະພາບປົກກະຕິໃໝ່ ໄປຄຽງຄູ່ກັບບົດບາດການຮ່ວມເດີນທາງ ແລະ ການຕໍ່ກຳລັງແຮງຈາກລັດຖະບານ ແລະ ອຳນາດການປົກຄອງທຸກຂັ້ນນັ້ນ, ຄວາມມານະພະຍາຍາມ, ຂໍ້ລິເລີ່ມ, ມາດຕະການຮັບມື ແລະ ທິດກ້າວເດີນທີ່ເໝາະສົມຂອງວິສາຫະກິດ ຈະແມ່ນປັດໄຈຕັດສິນການຄົງຕົວຂອງຕົນ”.
      ທ່ານ ໂດະຕ໊ຽນສີ ຜູ້ອຳນວຍການໃຫຍ່ VOV ຢືນຢັນວ່າ VOV ຍາມໃດກໍຈະຮ່ວມເດີນທາງພ້ອມກັບປະຊາຄົມວິສາຫະກິດ ຫວຽດນາມ:
      “ພວກເຮົາມີຕະຫຼາດພາຍໃນດ້ວຍປະຊາກອນເກືອບ 100 ລ້ານຄົນ, ພວກເຮົາມີການພົວພັນເສດຖະກິດນັບມື້ນັບເປີດກວ້າງ, ໄດ້ຮັບຄວາມໄວ້ວາງໃຈຈາກສາກົນພ້ອມກັບສົນທິສັນຍາເສດຖະກິດ, ການຄ້າ, ການລົງທຶນຫຼາຍຝ່າຍໃໝ່ຫຼາຍສະບັບນັ້ນ ໄດ້ ແລະ ຈະສືບຕໍ່ມີປະສິດທິພາບ. ສິ່ງສຳຄັນແມ່ນ ພວກເຮົາມີປະຊາຄົມວິສາຫະກິດທີ່ເຕັມໄປດ້ວຍຄວາມຄາດຫວັງບືນຕົວຂຶ້ນ. ພື້ນຖານດັ່ງກ່າວນີ້ ແລະ ດ້ວຍການກະທຳລະອຽດໃນໄລຍະຜ່ານມາຂອງທັງລະບົບການເມືອງ, ພວກເຮົາມີຄວາມເຊື່ອໝັ້ນວ່າ, ປະຊາຄົມວິສາຫະກິດຂອງພວກເຮົາດ້ວຍຫຼາຍພາກສ່ວນທີ່ແຕກຕ່າງກັນ ແນ່ນອນວ່າຈະພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສືບຕໍ່ສ້າງປະເທດ ຫວຽດນາມ ໃຫ້ຮັ່ງມີເຂັ້ມແຂງ”./.
(ແຫຼ່ງຄັດຈາກ VOV)



top