ຂ່າວສານ

ສະພາຊົນເຜົ່າຍົກສູງຄຸນນະພາບການເຄື່ອນໄຫວ, ປະຕິບັດບັນດານະໂຍບາຍຊົນເຜົ່າຢ່າງມີປະສິດທິຜົນ

      ຕອນບ່າຍວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານ ຜູ້ປະຈຳການ  ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ.
ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີນແທງເໝີນ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)
      ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີນແທງເໝີນ ສະເໜີໃຫ້ ສະພາຊົນເຜົ່າ ສືບຕໍ່ສັງລວມ, ຕີລາຄາບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ເຂດພູດອຍ, ຈາກນັ້ນ, ກຳນົດບັນດາໜ້າທີ່ຈຸດສຸມຢ່າງຈະແຈ້ງ ເພື່ອທັງພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນຊິີວິດສັງຄົມ ແລະ ປະຕິບັດບັນດານະໂຍບາຍຊົນເຜົ່າຢ່າງມີປະສິດທິຜົນ. ເນື່ອງໃນໂອກາດບຸນເຕັດ ທີ່ຈະມາເຖິງນີ້, ສະພາຊົນເຜົ່າກຳໄດ້ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຢ່າງໃກ້ຊິດ, ເລິກເຊິ່ງ ເພື່ອໃຫ້ທຸກໆຄົນໄດ້ຕ້ອນຮັບບຸນເຕັດຢ່າງປອດໄພ, ອົບອຸ່ນ.
        ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີນແທງເໝີນ ກໍ່ສະເໜີໃຫ້ ສະພາຊົນເຜົ່າ ສືບຕໍ່ສົມທົບ, ຕິດຕາມ, ກວດກາ ການປະຕິບັດລາຍການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ບັນດາລາຍການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່ຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ…, ຕາມນັ້ນແລ້ວ, ເມື່ອພົບເຫັນບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ ແມ່ນສະເໜີບັນດາມາດຕະການແກ້ໄຂຢ່າງການ, ເພື່ອແນໃສ່ປະຕິບັດລາຍການນີ້ໃຫ້ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)

top