ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ຮຽກຮ້ອງໃຫ້ຊຸກຍູ້ບົດບາດຂອງອາຊຽນ ໃນບັນຫາມຽນມາ

      ອາຊຽນ ອອກຖະແຫຼງການ ຮຽກຮ້ອງໃຫ້ທຸກຝ່າຍຢູ່ມຽນມາ ຈົ່ງຊຸກຍູ້ ແລະ ສ້າງເງື່ອນໄຂສະດວກ ເພື່ອດຳເນີນການເຈລະຈາທີ່ມີລັກສະນະສ້າງສັນ, ແນໃສ່ຊອກຫາມາດຕະການສັນຕິພາບ ໃຫ້ແກ່ວິກິດການດ້ານການເມືອງໃນປະຈຸບັນຢູ່ປະເທດມຽນມາ.
ນາຍົກລັດຖະມົນຕີກຳປູເຈຍ Samdech Techo Hun Sen (ຂວາ) ມອບອຸປະກອນການແພດ ໜູນຊ່ວຍມຽນມາ (ພາບ: THX/TTXVN)
         ວັນທີ 2 ກຸມພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຮຽກຮ້ອງໃຫ້ “ຢຸດຕິທຸກຮູບການໃຊ້ຄວາມຮຸນແຮງຢູ່ມຽນມາ ໂດຍທັນທີ”. ໃນຖະແຫຼງການ, ສະພາຄວາມໝັ້ນຄົງ ສປຊ ກໍ່ຄວາມຫວັງວ່າ ການຢ້ຽມຢາມຂອງທ່ານ Prak Sokhonn ທູດພິເສດ ອາຊຽນ,  ຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີການຕ່າງປະເທດ ແລະ ຮ່ວມມືສາກົນກຳປູເຈຍ ຈະດຳເນີນໃນເວລາໄວທີ່ສຸດ “ເພື່ອພົບປະກັບທຸກໆຝ່າຍທີ່ກ່ຽວຂ້ອງ, ປະຕິບັດບົດບາດເປັນກາງ ເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ວິວັດການເຈລະຈາ ກໍ່ຄືການສະໜອງການອຸປະຖຳມະນຸດສະທຳ”. ຖະແຫຼງການກໍ່ເນັ້ນໜັກເຖິງຄວາມຈຳເປັນຂອງການອຸປະຖຳມະນຸດສະທຳໃຫ້ ປຊຊ ທຸກຄົນທີ່ມີຄວາມຕ້ອງການ ກໍ່ຄືປ້ອງກັນຄວາມປອດໄພ ແລະ ຮັກສາຄວາມໝັ້ນຄົງຢ່າງຄົບຖ້ວນໃຫ້ແກ່ຖັນແຖວໜູນຊ່ວຍມະນຸດສະທຳ ແລະ ການແພດ.
      ກ່ອນໜ້ານັ້ນ, ໃນວັນດຽວກັນ, ອາຊຽນ ກໍ່ອອກຖະແຫຼງການ ຮຽກຮ້ອງໃຫ້ທຸກຝ່າຍຢູ່ມຽນມາ ຈົ່ງຊຸກຍູ້ ແລະ ສ້າງເງື່ອນໄຂສະດວກ ເພື່ອດຳເນີນການເຈລະຈາທີ່ມີລັກສະນະສ້າງສັນ, ແນໃສ່ຊອກຫາມາດຕະການສັນຕິພາບ ໃຫ້ແກ່ວິກິດການດ້ານການເມືອງໃນປະຈຸບັນຢູ່ປະເທດມຽນມາ.
(ແຫຼ່ງຄັດຈາກ VOV)


top