ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫາ ມຽນມາ

      ສະພາຄວາມໝັ້ນຄົງ, ສປຊ ສະແດງຄວາມຊົມເຊີຍຕໍ່ຜົນງານອັນຕັ້ງໜ້າ ຂອງກອງປະຊຸມບັນດາການນຳ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ແລະ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫານີ້. 
ທ່ານ ຈາງຈຽນ, ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ສປຊ (ພາບ:ສຳນັກຂ່າວສານ ຊິນຮວາ)
      ດ້ວຍບົດບາດເປັນປະທານສະພາຄວາມໝັ້ນຄົງ, ສປຊ ໃນເດືອນ ພຶດສະພາ 2021, ທ່ານ ຈາງຈຽນ, ຫົວໜ້າຄະນະຜູ້ຕາງໜ້າ ຈີນ ປະຈຳ ສປຊ ໃຫ້ຮູ້ວ່າ ສະພາຄວາມໝັ້ນຄົງ, ສປຊ ສະແດງຄວາມຊົມເຊີຍຕໍ່ຜົນງານອັນຕັ້ງໜ້າ ຂອງກອງປະຊຸມບັນດາການນຳ ອາຊຽນ ປຶກສາຫາລືກ່ຽວກັບ ມຽນມາ ແລະ ສະໜັບສະໜູນບົດບາດຂອງ ອາຊຽນ ໃນບັນຫານີ້. ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວ ເຊິ່ງຖືກຈັດຂຶ້ນໃນວັນທີ 3 ພຶດສະພາ, ທ່ານ ຈາງຈຽນ ຢັ້ງຢືນເຖິງການສະໜັບສະໜູນ ອາຊຽນ ໃຫ້ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ມີລັກສະນະສ້າງສັນໃນການຊ່ວຍເຫຼືອ ມຽນມາ ແກ້ໄຂບັນຫາເພື່ອບັນລຸໄດ້ສັນຕິພາບ.
        ກ່ຽວຂ້ອງເຖິງ ບັນຫາ ສປປ.ເກົາຫຼີ, ຜູ້ຕາງໜ້າຂອງ ຈີນ ຮຽກຮ້ອງໃຫ້ອຳນາດການປົກຄອງຂອງທ່ານປະທານາທິບໍດີ Joe Biden ຫຼຸດຜ່ອນຄວາມກົດດັນທາງດ້ານເສດຖະກິດຕໍ່ ສປປ.ເກົາຫຼີ ແລະ ດຳເນີນການເຈລະຈາ.
 (ແຫຼ່ງຄັດຈາກ VOV)


top