ຂ່າວສານ

ສະພາຄວາມໝັ້ນຄົງ ສປຊ ປຶກສາຫາລືປະຈຳປີ ກ່ຽວກັບ “ຕຳຫຼວດ ສປຊ”

      ວັນທີ 10 ພະຈິກ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງການປຶກສາຫາລືປະຈຳປີກ່ຽວກັບຕຳຫຼວດ ສປຊ, ໂດຍສຸມໃສ່ຫົວຂໍ້ “ການປະກອບສ່ວນຂອງກຳລັງຕຳຫຼວດ ສປຊ ເຂົ້າໃນໂຄງການແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ”.
ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: baotintuc.vn)
      ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຖືວ່າ ການເຄື່ອນໄຫວຮັກສາສັນຕິພາບສືບຕໍ່ແມ່ນເຄື່ອງມືສຳຄັນໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ເປັນການຢືນຢັນການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຮັກສາສັນຕິພາບເວົ້າລວມ ແລະ ຂອງຕຳຫຼວດ ສປຊ ເວົ້າສະເພາະ. ທ່ານເອກອັກຄະລັດຖະທູດກໍຮັບຮູ້ການປະກອບສ່ວນຂອງຕຳຫຼວດເພດຍິງ ສປຊ ກໍຄື ພະນັກງານເພດຍິງທີ່ເຂົ້າຮ່ວມການຮັກສາສັນຕິພາບ.
        ໄປຄຽງຄູ່ກັນນັ້ນ, ທ່ານເອກອັກຄະລັດຖະທູດ ໄດ້ແຈ້ງໃຫ້ປະຊາຄົມສາກົນຮັບຊາບ ກ່ຽວກັບຄຳໝັ້ນສັນຍາຂອງ ຫວຽດນາມ ໃນການປະຕິບັດຂໍ້ລິເລີ່ມ A4P, A4P+, ໂຄງການແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ, ຜົນການຮັກສາສັນຕິພາບຂອງ ຫວຽດນາມ, ໃນນັ້ນ ເອົາໃຈໃສ່ເຖິງການເຂົ້າຮ່ວມຂອງແມ່ຍິງ ແລະ ຢືນຢັນວ່າ ຈະສືບຕໍ່ຮ່ວມມືກັບປະຊາຄົມສາກົນ ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ ແລະ ຮັບປະກັນການເຂົ້າຮ່ວມຂອງແມ່ຍິງໃນການຮັກສາ ແລະ ສ້າງສັນຕິພາບ.
(ແຫຼ່ງຄັດຈາກ VOV)

top