ຂ່າວສານ

ສະພາກາແດງ ຫວຽດນາມ ສືບຕໍ່ຮຽກຮ້ອງສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

      ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.
ສະພາກາແດງ ຫວຽດນາມ ສືບຕໍ່ຮຽກຮ້ອງສະໜັບສະໜູນການປ້ອງກັນ,
 ຕ້ານໂລກລະບາດໂຄວິດ - 19 (ພາບ: ສູນກາງສະພາກາແດງ ຫວຽດນາມ)
      ເພື່ອແນໃສ່ລະດົມແຫຼ່ງກຳລັງໃຫ້ ຫຼາຍກ່ວາອີກເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19, ວັນທີ 4 ສິງຫາ, ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງ ສືບຕໍ່ຮຽກຮ້ອງສະໜັບສະໜູນຮັບມືກັບໂລກລະບາດໂຄວິດ - 19 ຈົນຮອດວັນທີ 30 ກັນຍາ 2021.
      ກ່ອນໜ້ານັ້ນ, ໃນວັນທີ 26 ພຶດສະພາ, ຄະນະບໍລິຫານງານສູນກາງສະພາກາແດງ ຫວຽດນາມ ໄດ້ປະກາດໃຊ້ຄຳຮຽກຮ້ອງກ່ຽວກັບການສະໜັບສະໜູນປະຊາຊົນຮັບມືກັບໂລກລະບາດໂຄວິດ - 19. ໃນໄລຍະຜ່ານມາ, ສະພາກາແດງທຸກຂັ້ນໃນທົ່ວປະເທດ ໄດ້ຕັ້ງໜ້າຜັນຂະຫຍາຍວຽກງານຂົນຂວາຍ, ໜູນຊ່ວຍວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຢ່າງທັນການ ແລະ ມີປະສິດທິຜົນ, ໜູນຊ່ວຍຜ່ານສູນກາງສະພາກາແດງ ແລະ ສະໜັບສະໜູນບັນດາທ້ອງຖິ່ນຕ່າງໆ.
      ຄະນະປະຈຳສູນກາງສະພາກາແດງ ຫວຽດນາມ ໄດ້ສະເໜີໃຫ້ບັນດາຄະນະ, ຫົວໜ່ວຍສັງກັດສູນກາງ ສະພາກາແດງ ແລະ ສະພາກາແດງ ບັນດາແຂວງ, ນະຄອນສືບຕໍ່ຂົນຂວາຍປະຕິບັດບັນດາການເຄື່ອນໄຫວຮັບມືກັບໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)


top