“ສະປໍ ຈຸລິນຊີມີຄຸນປະໂຫຍດ” (Spore Probiotic Dr.ANH) ໂດຍ ປອ ຫງວຽນຮ່ວາແອງ ເປັນຜູ້ຄົ້ນຄວ້າ ແລະ ຜະລິດ ປະ ສົບສຳເລັດ, ປັດຈຸບັນ ເປັນເຕັກໂນໂລຊີ ທຳອິດ ແລະ ໜຶ່ງດຽວ ຂອງໂລກ ຜະລິດ ສະປໍ ຈຸລິນຊີມີຄຸນປະໂຫຍດ ດ້ວຍຂະ ໜາດ ອຸດສາຫະກຳ ພາຍໃຕ້ຮູບແບບນຳ້.
ຫຼັງຈາກຮໍ່າຮຽນ ແລະ ຄົ້ນຄວ້າ ສະເພາະຂະແໜງຊີວະສາດ ໂມເລກຸນ ທີ່ ມະຫາວິທະຍາໄລ Tohoku (ປະເທດ ຍີ່ປຸ່ນ) ເປັນເວລາ 15 ປີ, ປີ 2010, ປອ ຫງວຽນຮ່ວາແອງ ກັບມາເຮັດ ວຽກທີ່ ຫ້ອງທົດລອງ ຈຸດສຸມເຕັກໂນໂລຊີ Enzyme ແລະ Protein (KLEPT), ມະຫາວິທະຍາໄລ ວິທະຍາສາດ ທໍາມະ ຊາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ.
ກາງປີ 2010, ໂອກາດມາເຖິງ ເມື່ອ ປອ ຮ່ວາແອງ ໄດ້ພົບກັບ ສຈ ຊາວ ອັງກິດ ຄົນໜຶ່ງ ທີ່ມີຊື່ສຽງ ກ່ຽວກັບ ສະປໍ ຈຸລິຊີມີຄຸນ ປະໂຫຍດ ທີ່ມາຈາກ ມະຫາວິທະຍາໄລ ພະລາຊະວັງ ອັງກິດ ຢູ່ ລອນດອນ ຊຶ່ງເປັນຜູ້ ກຳລັງຊອກຫາ ການຮ່ວມມື ກ່ຽວກັບ ບັນດາ ຜະລິດຕະພັນ ຊີວະວິທະຍາ ເພື່ອນຳໃຊ້ກັບມະນຸດ.
ວິວັດການຄົ້ນຄວ້າ ແລະ ເຮັດວຽກ ໃນຂະແໜງການຈຸລິນຊີ ແລະ ຊີວະວິທະຍາໂມເລກຸນ ຢູ່ປະເທດ ຍີ່ປຸນ ເປັນເວລາ 15 ປີ ໄດ້ຊ່ວຍໃຫ້ ປອ ຮ່ວາແອງ ມີຄວາມຮູ້ສັງລວມ ເພື່ອການ ປະດິດສ້າງ ເຊື້ອຈຸລິນຊີ ພາຍໃຕ້ຮູບແບບ ສະປໍ ສອງຊະນິດ ດ້ວຍຂະໜາດອຸດສາຫະກຳ ຊ່ຶງເລີ່ມຈາກ ເລື່ອງລາວ ທີ່ ໄດ້ ປຶກສາຫາລືກັນ ໃນຫ້ອງທົດລອງ ແຫ່ງໜຶ່ງ ຢູ່ ລອນດອນ.

ປອ ຫງວຽນຮ່ວາແອງ, ຜູ້ໄດ້ທຳການສຶກສາ, ຄົ້ນຄວ້າ ແລະ ສິດສອນ ເປັນເວລາ 15 ປີ ຢູ່ ມະຫາວິທະຍາໄລ Tohoku ຂອງ ປະເທດ ຍີ່ປຸ່ນ.

ປອ ຫງວຽນຮ່ວາແອງ ເປັນນັກປະດິດສ້າງ ເຕັກໂນໂລຊີ ສະປໍ ຈຸລິນຊີ ມີຄຸນປະໂຫຍດ ພາຍໃຕ້ຮູບແບບນຳ້ - ຫຼາຍເຊື້ອພັນ - ມີຄວາມເຂັ້ມຂຸ້ນສູງ ຜູ້ທຳອິດຢູ່ໃນໂລກ.

ປອ ຫງວຽນຮ່ວາແອງ ກວດກາຜະລິດຕະພັນ ທີ່ໂຮງງານ ຂອງ ບໍລິສັດຫຸ້ນສ່ວນ Anabio Research & Development...

... ຊ່ຶງ ເປັນບ່ອນມີຕ່ອງໂສ້ຜະລິດທີ່ ທັນສະໄໝ ບັນລຸມາດຕະ ຖານ GMP, ເປັນທີ່ຍອມຮັບ ຈາກ ຫຼາຍປະເທດໃນໂລກ ແລະ ພິເສດ ແມ່ນໄດ້ອົງການຄຸ້ມຄອງອາຫານ ການຢາ
ສ ອາເມລິ ກາ (FDA) ມອບໃບຢັ້ງຢືນວ່າ ເປັນຕ່ອງໂສ້ ບັນລຸມາດຕະ ຖານ ຜະລິດ ສິນຄ້ານຳເຂົ້າສູ່ ສ ອາເມລິກາ ອີກດ້ວຍ.

ປອ ຫງວຽນຮ່ວາແອງ ແລກປ່ຽນກັບເພື່ອນຮ່ວມງານ ຢູ່ຫ້ອງ ການຂອງ ກຸ່ມບໍລິສັດ LiveSpo Global...

... ເພິ່ນເປັນຜູ້ທຳອິດ ແລະ ໜຶ່ງດຽວໃນໂລກ ເປັນເຈົ້າ ກຳມະ ສິດ ເຕັກໂນໂລຊີສ້າງ “ສະປໍ ຈຸລິນຊີມີຄຸນປະໂຫຍດປອ ແອງ” ພາຍໃຕ້ຮູບແບບນຳ ້- ຫຼາຍເຊື້ອພັນ-ມີຄວາມເຂັ້ມຂຸ້ນສູງ. |
ຜະລິດຕະພັນໄດ້ນຳອອກສູ່ຕະຫຼາດ ພາຍຫຼັງ ການຄົ້ນຄວ້າ ເປັນເວລາສອງເດືອນ ແລະ ໄດ້ສ້າງເປັນ “ປະກົດການໜຶ່ງ” ເມື່ອ ປອ ຮ່ວາແອງ ໄດ້ແນະນຳ ຢູ່ໃນງານສຳມະນາວ່າດ້ວຍ ເຊື້ອຈຸລິນຊີ ທີ່ ລອນດອນ. ເຕັກໂນໂລຊີ ສະປໍ ຈຸລິນຊີ ມີຄຸນ ປະໂຫຍດ ປອ ແອງ ພາຍໃຕ້ຮູບແບບເປັນນຳ້, ຫຼາຍເຊື້ອພັນ, ມີຄວາມເຂັ້ມຂຸ້ນສູງ ແມ່ນໜຶ່ງ ໃນບັນດາ ການປະດິດຄິດສ້າງ ດ້ານວິທະຍາສາດໝູນໃຊ້ ທີ່ກ້າວກະໂດດຂັ້ນ ລະດັບສາກົນ ໃນຂົງເຂດຊີວະວິທະຍາໃນປັດຈຸບັນ.
ປັດຈຸບັນ, ຜົນຂອງເຕັກໂນໂລຊີດັ່ງກ່າວ ໄດ້ຮັບການໝູນໃຊ້ ຢ່າງກວ້າງຂວາງ ເພື່ອການພັດທະນາ ບັນດາຜະລິດຕະພັນ ຮັກສາລະບົບຖ່າຍເທ ຂອງ ມະນຸດ ໂດຍພາຍໃຕ້ ການກວດ ກາ ດ້ານຂັ້ນຕອນ ແລະ ຄຸນນະພາບ ຜະລິດຕະພັນ ຂາອອກ ຈາກບໍລິສັດຫຸ້ນສ່ວນ Anabio Research &Development, ຄວບຄຸມກວດກາ ຄຸນນະພາບ ດ້ານການ ຄົ້ນຄວ້າ ວິທະຍາ ສາດ ຈາກ ຫ້ອງທົດລອງແຫ່ງຊາດ ກ່ຽວກັບ Enzyme ແລະ Protein (KLEPT).
ທີ່ ຫວຽດນາມ, Anabio ເປັນບໍລິສັດຫຸ້ນສ່ວນໜຶ່ງດຽວ ກ່ຽວ ກັບ ເຕັກໂນໂລຊີ ຜະລິດ ບັນດາຜະລິດຕະພັນ ເຕັກໂນໂລຊີ ຊີວະວິທະຍາ ມີຫຼາຍຮູບແບບ, ມີຄວາມທົນທານ ບໍ່ຈໍາກັດ ໃນ ເງື່ອນໄຂຮັກສາທົ່ວໄປ, ມີຄວາມທົນທານທີ່ຍາວນານ ມີ ຄວາມທົນ ກັບອຸ່ນຫະພູມສູງເຖິງ 800 ອົງສາເຊ ທັງ ມີຄວາມ ທົນທານ ໃນສະພາບແວດລ້ອມ ອາຊີດ.




ຜະລິດຕະພັນຈຳນວນໜຶ່ງ ຜະລິດຕາມເຕັກໂນໂລຊີ ສະປໍ ຈຸ ລິນຊີ ມີຄຸນປະໂຫຍດ ປອ ແອງ ທີ່ກຳລັງໄດ້ຈຳໜ່າຍ ຕາມ ທ້ອງຕະຫຼາດ. |
ຫຼັງຈາກຊ່ວງເວລາໜຶ່ງ ທີ່ໄດ້ນຳສະເໜີສູ່ຕະຫຼາດ, ມີ ຜະລິດ ຕະພັນຫຼາຍປະເພດ ຂອງ ກຸ່ມບໍລິສັດການຢາ LiveSpo Global ໄດ້ວົງການຮ້ານຂາຍຢາ ແລະ ລູກຄ້າ ຕີລາຄາສູງ ເຊັ່ນ: ຜະລິດຕະພັນ LiveSpo PREG-MOM ແມ່ນ ສະປໍ ຈຸລິຊີມີຄຸນປະໂຫຍດ ສຳລັບ ເດັກຖ່າຍຍາກ, ຖອກທ້ອງ, ຄ້ານກິນ ແລະ ແມ່ຍິງຖືພາ; ຜະລິດຕະພັນ Live Spo COLON ແມ່ນ ສະປໍ ຈຸລິນຊີມີຄຸນປະໂຫຍດ ພາຍໃຕ້ ຮູບ ການແບບນຳ້ ສຳລັບ ຜູ້ອັກແສບໃສ້ແກ່ (ຫຼື ເອີ້ນວ່າ ອັກແສບ ໃສ້ແກ່ ຫົດຮັດ), ເຮັດໃຫ້ຮອຍອັກແສບ ໃສ້ແກ່ ດີຄືນໃໝ່. ຜະ ທຸກຜະລິດຕະພັນ ໄດ້ຮັບການ ຜະລິດດ້ວຍຕ່ອງໂສ້ ເຕັກໂນ ໂລຊີ ທີ່ທັນສະໄໝ, ບັນລຸມາດຕະຖານ GMP, ເປັນທີ່ຍອມຮັບ ຈາກຫຼາຍປະເທດໃນໂລກ ແລະ ພິເສດ ໄດ້ອົງການຄຸ້ມຄອງ ອາຫານ ການຢາ ສ ອາເມລິກາ (FDA) ມອບໃບຢັ້ງຢືນວ່າ ເປັນຕ່ອງໂສ້ ບັນລຸມາດຕະຖານ ຜະລິດ ສິນຄ້າ ນຳເຂົ້າ ສູ່ ສ ອາເມລິກາ ອີກດ້ວຍ.
ປັດຈຸບັນ, ບັນດາຜະລິດຕະພັນ ຂອງ ບໍລິສັດຫຸ້ນສ່ວນ Anabio ໄດ້ ສົ່ງອອກໄປຍັງກວ່າ 20 ປະເທດ ໃນໂລກເຊັ່ນ: ປາກິດສະຖານ, ອິນເດຍ, ສີລັງກາ, ຕວັກກີ, ເກຮັກ ແລະ ອື່ນໆ... ແລະ ກຸ່ມບໍລິສັດການຢາ Live Spo Global ປັດຈຸ ບັນ ເປັນຜູ້ຈຳໜ່າຍຜູກຂາດ ບັນດາ ຜະລິດຕະພັນ ໃນຕະຫຼາດ ທົ່ວໂລກ ດ້ວຍເຕັກໂນໂລຊີ ສະປໍ ຈຸລິນຊີ ມີຄຸນປະໂຫຍດ ປອ ແອງ. |
ບົດ: ຖາວວີ - ພາບ: ຫວຽດເກື່ອງ