ຂ່າວສານ

ສະຖານທູດຫວຽດນາມປະຈຳອິນເດຍໜູນຊ່ວຍຊາວຫວຽດນາມກັບຄືນມາປະເທດຍ້ອນຜົນກະທົບຈາກໂລກລະບາດCovid– 19

      ຖ້ຽວບິນສຸດທ້າຍກັບຄືນມາຫວຽດນາມແມ່ນຖ້ຽວບິນ New Delhi - ຮ່າໂນ້ຍໃນວັນທີ 21 ມີນາໂດຍບໍລິສັດການບິນVietjet Air ປະຕິບັດ
ອິນເດຍຸດບັນດາຖ້ຽວບິນສາກົນມາເຖິງບັນດາສະໜາມບິນຂອງຕົນ ແຕ່ວັນທີ 22 ມີນາ. ພາບ: Reuters           
      ໂລກລະບາດCovid– 19 ພວມມີການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເຊິ່ງຕ້ອງບັງຄັບໃຫ້ລັດຖະບານອິນເດຍຕ້ອງຢຸດຕິການຕ້ອນຮັບບັນດາຖ້ຽວບິນສາກົນໄປຍັງບັນດາສະໜາມບິນຂອງອິນເດຍເລີ່ມແຕ່ວັນທີ 22 ມີນາເປັນຕົ້ນໄປ, ໃນນັ້ນມີບັນດາຖ້ຽວບິນຈາກຫວຽດນາມ..
            ສະຖານທູດຫວຽດນາມປະຈຳອິນເດຍໃຫ້ຮູ້ວ່າພໍ່ແມ່ພີ່ນ້ອງຊາວຫວຽດນາມມີຄວາມມຸ່ງມາດປາດຖະໜາຢາກກັບຄືນເມືອປະເທດຕ້ອງຕິດຕໍ່ຊື້ປີ້ຍົນກັບບໍລິສັດການບິນVietjet Air ຢ່າງຮີບດ່ວນ. ນອກຈາກນັ້ນ, ຜູ້ໂດຍສານທີ່ຢູ່ໃນຖ້ຽວບິນນີ້ຕ້ອງລາຍງານຕໍ່ສະຖານທູດກ່ຽວກັບການເດີນທາງຂອງຕົນເພື່ອ ໃຫ້ສະຖານທູດສາມາດໜູນຊ່ວຍໄດ້ເມື່ອມີຄວາມຈຳເປັນ.
 (ແຫຼ່ງຄັດຈາກ VOV)


top