ຂ່າວສານ

ສະຖານທູດຫວຽດນາມປະຈຳອາຟະລິກາໃຕ້ໜູນຊ່ວຍປະຊາຊົນປະເທດປະຈຳຖິ່ນໃນການປ້ອງກັນ, ຕ້ານພະຍາດໂຄວິດ-19

      ເຄື່ອງຊ່ວຍເຫຼືອຄັ້ງນີ້ລວມມີອາຫານເປັນຈຳນວນຫຼາຍ ພ້ອມກັບອຸເຄື່ອງປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19.

 ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ມອບເຄື່ອງຊ່ວຍເຫຼືອຫ້ຜູ້ຕາງໜ້າເມືອງ Mbizana
(ພາບ: TTXVN)
      ວັນທີ 26 ພຶດສະພາ, ສະຖານທູດຫວຽດນາມ ປະຈຳອາຟະລິກາໃຕ້ ໄດ້ມອບເຄື່ອງຊ່ວຍເຫຼືອເພື່ອນຳໃຊ້ເຂົ້າໃນວຽກງານຮັບມືກັບພະຍາດໂຄວິດ-19 ໃຫ້ຜູ້ຕາງໜ້າເມືອງ Mbizana ຂຶ້ນກັບແຂວງ Eastern Cape, ເຊິ່ງແມ່ນໜຶ່ງໃນບັນດາທ້ອງຖິ່ນພວມຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນໂລກລະບາດຢູ່ອາຟະລິກາ. ເຄື່ອງຊ່ວຍເຫຼືອຄັ້ງນີ້ລວມມີອາຫານເປັນຈຳນວນຫຼາຍ ພ້ອມກັບເຄື່ອງອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອາຟະລິກາໃຕ້ ຮ່ວາງວັນເລີ້ຍ ເຊື່ອໝັ້ນວ່າ, ປະຊາຊົນເມືອງ Mbizana ເວົ້າສະເພາະ ແລະ ອາຟະລິກາໃຕ້ ເວົ້າລວມ ຈະຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.
        ສ່ວນທ່ານນາງ Daniswa Mafumbatha, ເຈົ້າຄອງເມືອງ Mbizana ໄດ້ສະແດງຄວາມຂອບໃຈມາຍັງພະນັກງານສະຖານທູດຫວຽດນາມ ປະຈຳອາຟະລິກາ ທັງໝົດ ແລະ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນແບບຢ່າງໃນວຽກງານປ້ອງກັນ, ຕ້ານໂລກລະບາດ ເຊິ່ງຫຼາຍປະເທດຄວນຮ່ຳຮຽນຕາມ, ຜ່ານນັ້ນ, ປາດຖະໜາວ່າ ຫວຽດນາມ ຈະແບ່ງປັນບັນດາເຄັດລັບນີ້ກັບອາຟະລິກາໃຕ້.
 (ແຫຼ່ງຄັດຈາກ VOV)
 


top