ຂ່າວສານ

ສະຖານທູດຫວຽດນາມ ປະຈຳລາວ ມອບຂອງຂວັນໜູນຊ່ວຍນັກສຶກສາຫວຽດນາມ

      ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ລວມມີ ຜ້າອັດປາກ-ອັດດັງ 1.000 ແຜ່ນ, ສະບຽງອາຫານ, ທັນຍາຫານທີ່ຈຳເປັນ
(ມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ)
      ຕາມກະຊວງສາທາລະນະສຸກລາວ ແລ້ວ, ນັບແຕ່ເວລາເລີ່ມເກີດໂລກລະບາດໂຄວິດ-19 ມາຮອດວັນທີ 04 ພຶດສະພາ, ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ກວ່າ 1.000 ຄົນ, ໃນນັ້ນມີພົນລະເມືອງຫວຽດນາມ ຫຼາຍຄົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ລາວ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ລາວ. ວັນທີ 04 ພຶດສະພາ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດພິທີມອບຂອງຂວັນໜູນຊ່ວຍໃຫ້ແກ່ນັກສຶກສາຫວຽດນາມ ທີ່ພວມຮ່ຳຮຽນຢູ່ມະຫາວິທະຍາໄລແຫ່ງຊາດລາວ, ລວມມີ ຜ້າອັດປາກ-ອັດດັງ 1.000 ແຜ່ນ, ສະບຽງອາຫານ, ທັນຍາຫານທີ່ຈຳເປັນ ເພື່ອແນໃສ່ຊ່ວຍໃຫ້ນັກສຶກສາຜ່ານຜ່ານຄວາມຫຍຸ້ງຍາກໃນເງື່ອນໄຂປະຕິບັດການແຍກຫ່າງສັງຄົມເພື່ອປ້ອງກັນ, ຕ້ານໂລກລະບາດ.
      ກ່ອນໜ້ານັ້ນ, ວັນທີ 03 ພຶດສະພາ, ສະມາຄົມຊາວຫວຽດນາມ ອາໄສຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບອົງການການແພດຂອງລາວ ເກັບເອົາຕົວຢ່າງເພື່ອວິໄຈສຳລັບນັກສຶກສາຫວຽດນາມ ທັງໝົດທີ່ພວມຮ່ຳຮຽນຢູ່ທີ່ນີ້.
 (ແຫຼ່ງຄັດຈາກ VOV)

top