ຂ່າວສານ

ສະຖານທູດລາວຈັດຕັ້ງງານພົບປະສ້າງສັນກັບອະດີດນັກຊ່ຽວຊານ, ທະຫານອາສາສະໜັກຫວຽດນາມຢູ່ລາວ

      ທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການ ເສຍສະຫຼະເລືອດເນື້ອ ເຊິ່ງບັນດາ ອະດີດນັກຊ່ຽວຊານ ແລະ ທະຫານອາສາສະໝັກ ໄດ້ປະກອບສ່ວນໃນເມື່ອກ່ອນ 
ຕອນເຊົ້າວັນທີ 30 ທັນວາ, ສະຖານທູດລາວປະຈຳຫວຽດນາມ ໄດ້ຈັດຕັ້ງງານພົບປະສ້າງສັນກັບນັກຊ່ຽວຊານ, ທະຫານອາສາສະໝັກຫວຽດນາມຢູ່ລາວ. ທີ່ພິທີ, ທ່ານ ທອງສະຫວັນ ພົມວິຫານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາການ ເສຍສະຫຼະເລືອດເນື້ອ ເຊິ່ງບັນດາ ອະດີດນັກຊ່ຽວຊານ ແລະ ທະຫານອາສາສະໝັກ ໄດ້ປະກອບສ່ວນໃນເມື່ອກ່ອນ ແລະ ບັນດາຄຸນງາມຄວາມດີ, ບັນດາການເຄື່ອນໄຫວລະອຽດ ຊ່ວຍເພີ່ມພູນຄູນສ້າງສາຍພົວພັນແບບພິເສດທີ່ຫາຍາກ ລະຫວ່າງສອງປະເທດລາວ ແລະ ຫວຽດນາມໃນຕະຫຼອດໄລຍະຜ່ານມາ:
        ງານສ້າງສັນມິດຕະພາບປະຈຳປີຄັ້ງນີ້ແມ່ນຈັດຂຶ້ນໃນບັນຍາກາດທີ່ຫາກໍ່ສຳເລັດການສະຫຼອງປີສາມັກຄີມິດຕະພາບ 2017 ໂດຍການຢ້ຽມຢາມສັນທະວະໄມຕີ ຫວຽດນາມ ຢ່າງເປັນທາງການຂອງເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ດ້ວຍຜົນສຳເລັດຢ່າງຈົບງາມ ແລະ ມີຄວາມສຳຄັນຍິ່ງ. ໃນໂອກາດປີໃໝ່ 2018 ທີ່ຈະມາເຖິງອີກບໍ່ພໍທໍ່ໃດມື້ນີ້, ຂ້າພະເຈົ້າເອງ ຕາງໜ້າສະຖານທູດ, ຂໍສະແດງຄວາມອວຍພອນໄຊອັນປະເສີດມາຍັງ ບັນດາລຸງ, ບັນດາ ອາວ ອະດີດຊ່ຽວຊານ ແລະ ທະຫານອາສາສະໝັກ ມີໜ້າໃນມື້ນີ້ ກໍຄືຜູ້ບໍ່ໄດ້ມາຮ່ວມທີ່ນີ້ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກໃນຄອບຄົວ ແລະ ກໍ່ສືບຕໍ່ໃຫ້ທິດໃຫ້ທາງ, ຊີ້ນຳລູກຫຼານລຸ່ນໜຸ່ມພວກເຮົາສືບຕໍ່ພາລະກິດອັນມີກຽດສະຫງ່າ ຂອງບັນດາລຸງ ອາວ ນັ້ນ
 (ແຫຼ່ງຄັດຈາກ VOV)

top