ຂ່າວສານ

ສະຖານທູດ ຫວຽດນາມປະຈຳລາວໄວ້ອາໄລທ່ານປະທານ ສຸພານຸວົງ

      ວັນທີ 12 ກໍລະກົດ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວໄດ້ເຂົ້າຮ່ວມພິທີກຳທາງສາສະໜາພຸດເພື່ອ ອາໄລຫາທ່ານປະທານປະເທດ ສຸພານຸວົງ ເນື່ອງໃນໂອກາດສະເຫຼີມສະຫຼອງ 110 ປີ ແຫ່ງວັນຄ້າຍວັນເກີດຂອງທ່ານ.
            ກ່ອນໜ້ານັ້ນ, ຄະນະຜູ້ແທນສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຢູ່ຂ້າງສະຖານທູດໄດ້ໄປເຂດອະນຸສາວະລີ ທ່ານປະທານ ສຸພານຸວົງ ເພື່ອຖະຫວາຍດອກໄມ້ອາໄລຫາທ່ານປະທານປະເທດຄົນທຳອິດຂອງລັດປະຕິວັດລາວ - ແມ່ນເພື່ອນມິດຜູ້ຍິ່ງໃຫຍ່ຂອງປະຊາຊົນ ຫວຽດນາມ. ທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ລູກສາວຂອງປະທານ ສຸພານຸວົງ ແບ່ງປັນວ່າ:
        “ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈເມື່ອເຫັນວ່າທຸກຄົນມາວາງພວງມາລາອາໄລຫາພໍ່ທີ່ຮັກແພງຂອງພວກຂ້າພະເຈົ້າ - ຜູ້ທີ່ໄດ້ອຸທິດສ່ວນໃຫ້ແກ່ໄມຕີຈິດມິດຕະພາບລະຫວ່າງ ຫວຽດນາມ - ລາວ. ຂໍສະແດງຄວາມຂອບໃຈເຖິງພັກ, ລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ - ລາວ ໄດ້ເພີ່ມພູນຄູນສ້າງໃຫ້ແກ່ນ້ຳໃຈສາມັກຄີມິດຕະພາບ, ພ້ອມທັງປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ, ເຮັດໃຫ້ປະເທດລາວພວກເຮົາໃນວັນນີ້ມີສັນຕິພາບ, ສະຫງົບສຸກ ແລະ ພວມພັດທະນາ.
 (ແຫຼ່ງຄັດຈາກ VOV)


top