ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳອົດສະຕາລີ ອວຍພອນບຸນປີໃໝ່ ກຳປູເຈຍ, ມຽນມາ ແລະ ໄທ

ເນື່ອງໃນໂອກາດບຸນປີໃໝ່ຂອງ ປະເທດກຳປູເຈຍ, ມຽນມາ ແລະ ໄທ, ວັນທີ 13 ເມສາ, ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ໄດ້ນຳໜ້າຄະນະພະນັກງານສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ສະຖານທູດບັນດາປະເທດທີ່ກ່າວມານັ້ນ.
  ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງໄປອວຍພອນປີໃໝ່ສະຖານທູດກຳປູເຈຍ ປະຈຳອົດສະຕາລີ                                        (ພາບ: ສະຖານທູດ ຫວຽດນາມ ປະຈຳອົດສະຕາລີ)  

ເນື່ອງໃນໂອກາດບຸນປີໃໝ່ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ໄດ້ສົ່ງຄຳອວຍພອນອັນດີງາມທີ່ສຸດ ມາຍັງເອກອັກຄະລັດຖະທູດ ກຳປູເຈຍ, ມຽນມາ ແລະ ໄທ ພ້ອມກັບໝູ່ຄະນະພະນັກງານ, ພາລະກອນ ແລະ ຄອບຄົວທຸກຖ້ວນໜ້າ. ທ່ານເອກອັກຄະລັດຖະທູດ ໄດ້ຫວນຄືນການເຄື່ອນໄຫວຮ່ວມມື, ການສົມທົບລະຫວ່າງສະຖານທູດ ຫວຽດນາມ ແລະ ສະຖານທູດ 3 ປະເທດປະຈຳ ອົດສະຕາລີ, ເປັນຕົ້ນແມ່ນໃນຂອບເຂດການເຄື່ອນໄຫວຂອງອາຊຽນຢູ່ນະຄອນຫຼວງ Canberra.

ທ່ານເອກອັກຄະລັດຖະທູດ ຫງວຽນເຕິດແທັງ ກໍ່ສະແດງຄວາມປາດຖະໜາ ແລະ ເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ສາມປະເທດຈະນັບມື້ນັບແໜ້ນແຟ້ນ ແລະ ດີງາມກ່ວາອີກ, ໃນນັ້ນມີການປະກອບສ່ວນຂອງເອກອັກຄະລັດຖະທູດບັນດາປະເທດປະຈຳອົດສະຕາລີ ຜ່ານການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືສອງຝ່າຍ ແລະ ໃນຂອບເຂດຄະນະກຳມະການອາຊຽນ ປະຈຳ Canberra.


top