ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳລາວ ຖະຫວາຍທູບທຽນ ແລະ ລະນຶກເຖິງອາໄລຫາ ວັນຄ້າຍວັນເກີດຂອງປະທານໄກສອນ ພົມວິຫານ ຄົບຮອບ 100 ປີ

      ວັນທີ 11 ທັນວາ ຢູ່ນະຄອນຫຼວງ ວຽງຈັນ, ລາວ, ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ພ້ອມກັບບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມປະຈຳລາວ ໄດ້ໄປຖະຫວາຍດອກໄມ້ ເພື່ອລະນຶກເຖິງ ວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ (13 ທັນວາ 1920 – 13 ທັນວາ 2020) ຢູ່ ຫໍພິພິທະພັນ ໄກສອນ ພົມວິຫານ. 

ຄະນະພະນັກງານ, ພາລະກອນສະຖານທູດ ຫວຽດນາມ ໄປຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ (ພາບ: TTXVN)
      ນະທີ່ນີ້, ທ່ານນາງ ຈິ້ງທິເຕິມ, ອັກຄະລັດຖະທູດຫວຽດາມ ປະຈຳລາວ, ໄດ້ຂຽນຄວາມໃນໃຈໃສ່ປຶ້ມອະນຸສອນສະແດງຄວາມເປັນກຽດເມື່ອໄດ້ມາຖະຫວາຍດອກໄມ້ຢູ່ໜ້າຮູບປັ້ນຂອງຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ເພື່ອນຜູ້ຍິ່ງໃຫຍ່ ແລະ ສະໜິດສະໜົມຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ. ທ່ານນາງກໍ່ຢັ້ງຢືນວ່າ: ສະຖານທູດ ແລະ ບັນດາອົງການສຳນັກງານຜູ້ຕາງໜ້າ ຫວຽດນາມ ປະຈຳລາວຈະຮ່ວມມືຢ່າງແໜ້ນແຟ້ນກັບບັນດາອົງການຂອງລາວ ຢ່າງບໍ່ຢຸດຢັ້ງເພື່ອເປັນຂົວເຊື່ອມຕໍ່ຢ່າງໝັ້ນແກ່ນ, ປະກອບສ່ວນເພີ່ມພູນຄູນສ້າງ, ຊຸກຍູ້ການພົວພັນຮ່ວມມືພິເສດລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
(ແຫຼ່ງຄັດຈາກ VOV)


top