ຂ່າວສານ

ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສືບຕໍ່ໜູນຊ່ວຍຊາວເຜົ່າຈຳ ແກ້ໄຂຄວາມຫຍຸ້ງຍາກ

ນີ້ແມ່ນຄັ້ງທີ 2 ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ຈັດລາຍການແຫ່ງຄວາມຮັກ ມຸ່ງໄປເຖິງປະຊາຄົມເຜົ່າຈຳ
  
  ພິມີມອບຂອງຂວັນໃຫ້ແກ່ປະຊາຄົມຊາວເຜົ່າ ຈຳ (ພາບ: TTXVN)  

 ວັນທີ 26 ກຸມພາ, ໂດຍສືບຕໍ່ບັນດາການເຄື່ອນໄຫວການກຸສົນ ໂດຍສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສົມທົບກັບກຸ່ມຜູ້ທີ່ມີໃຈບຸນໃຈກຸສົນ ເທືອງເລ ຈັດຂຶ້ນ, ປະຊາຄົມຊາວເຜົ່າ ຈຳ ຢູ່ Chrating, ລັດ Pahang ໄດ້ຮັບຂອງຂວັນກວ່າ 100 ພູດ. ນີ້ແມ່ນຄັ້ງທີ 2 ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ຈັດລາຍການແຫ່ງຄວາມຮັກ ມຸ່ງໄປເຖິງປະຊາຄົມເຜົ່າຈຳ ພ້ອມກັບບັນດາການເຄື່ອນໄຫວໃຈບຸນໃຈກຸສົນອື່ນໆ ແນໃສ່ໜູນຊ່ວຍຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ມາເລເຊຍ ຜ່ານຜ່າຄວາມຫຍຸ້ງຍາກ ໃນໄລຍະເກີດໂລກລະບາດໂຄວິດ-19 ແລະ ພາຍຸຄັ້ງປະຫວັດສາດຢູ່ ມາເລເຊຍ ໃນທ້າຍປີ 2021.

ພາຍຫຼັງມອບຂອງຂວັນໃຫ້ພໍ່ແມ່ຊາວເຜົ່າຈຳ, ທ່ານ ຫງວຽນຮົ່ງເຊີນ, ອຸປະທູດສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ໃຫ້ຮູ້ວ່າ, ທາງສະຖານທູດຍາມໃດກໍ່ຮ່ວມເດີນທາງພ້ອມກັບພໍ່ແມ່ປະຊາຊົນ, ເຖິງວ່າເຂົາເຈົ້າຢູ່ແຫ່ງໃດກໍ່ຕາມ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈສ້າງນ້ຳໃຈເມຕາປານີ, ອ່ວຍເມືອຫາກົກເຄົ້າເຫງົ້າກໍ ແລະ ສະໜິດຕິດພັນກັນ.

ພ້ອມກັບການເຄື່ອນໄຫວໃຈບຸນໃຈກຸສົນ, ກຸ່ມປົກປ້ອງພົນລະເມືອງຂອງສະຖານທູດ ກໍໄດ້ແນະນຳໃຫ້ພໍ່ແມ່ປະຊາຊົນແກ້ໄຂສິ່ງຄົງຄ້າງ ເພື່ອແນໃສ່ໜູນຊ່ວຍໃຫ້ພໍ່ແມ່ປະຊາຊົນພັດທະນາ, ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນໃຫ້ເປັນຢ່າງດີກວ່າ.



top