ວັນທີ 17 ສິງຫາ, ສປປ.ເກົາຫຼີ ຖະແຫຼງວ່າ ຈະສືບຕໍ່ພັດທະນາອາວຸດປະເພດຕ່າງໆ, ພ້ອມທັງສືບຕໍ່ຕຳໜິຕິຕຽນການຊ້ອມຮົບຮ່ວມລະຫວ່າງສ.ເກົາຫຼີ ແລະ ອາເມລິກາ. ກ່ອນໜ້ານັ້ນ 1 ວັນ, ພຽງຢາງ ໄດ້ຖະແຫງວ່າ ບໍ່ມີຈຸດປະສົງຫຍັງທີ່ຈະສືບຕໍ່ເຈລະຈາກັບເຊີອູນ.
	 ສປປ.ເກົາຫຼີ ຖະແຫຼງວ່າ ຈະສືບຕໍ່ພັດທະນາອາວຸດປະເພດຕ່າງໆ
	(ພາບປະກອບ: AFP/TTXVN)
	ສປປ.ເກົາຫຼີ ຖະແຫຼງວ່າ ຈະສືບຕໍ່ພັດທະນາອາວຸດປະເພດຕ່າງໆ
	(ພາບປະກອບ: AFP/TTXVN) 
	      ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ຢືນຢັນວ່າ ການພັດທະນາອາວຸດແມ່ນມາດຕະການຖືກຕ້ອງ ເພື່ອປັດເຂ່ຍບັນດາໄພນາບຂູ່ທີ່ຊ້ອນແຝງ ແລະ ໂດຍກົງຕໍ່ຄວາມໝັ້ນຄົງຂອງປະເທດຊາດ.
        KCNA ໄດ້ວິຈານການຊ້ອມຮົບຮ່ວມດ້ານການທະຫານແມ່ນຮັບໃຊ້ຈຸດປະສົງຮຸກຮານປະເທດນີ້ ພ້ອມທັງຕຳໜິຕິຕຽນອາເມລິກາ ວ່າໄດ້ລະເມີດຂໍ້ຕົກລົງປອດນິວເຄຼຍເຊິ່ງ 2 ປະເທດບັນລຸໄດ້ໃນກອງປະຊຸມສຸດຍອດປະຫວັດສາດຢູ່ສິງກະໂປ ເມື່ອເດືອນ ມິຖຸນາ 2018 ຜ່ານມາ.
	 (ແຫຼ່ງຄັດຈາກ VOV)