ຂ່າວສານ

ສປປ.ເກົາຫຼີ ໃຫ້ຂໍ້ສັງເກດການພົວພັນລະຫວ່າງ ພຽງຢາງ - ວໍຊິງຕັນ ອາດຈະມີບາດກ້າວບຸກທະລຸ

      ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະມີການພົບປະ 2 ຝ່າຍຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ ຈະມາເຖິງ.
            ຕາມສຳນັກຂ່າວສານ Yonhap (ສ.ເກົາຫຼີ) ແລ້ວ, ວັນທີ 17 ກຸມພາ, ເວັບໄຊໂຄສະນາເຜີຍແຜ່ຂອງ ສປປ.ເກົາຫຼີ Meari ໄດ້ໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງ ພຽງຢາງ ແລະ ວໍຊິງຕັນ ອາດຈະຜ່ານ “ການບຸກທະລຸໃຫຍ່” ໃນສະພາບການພົບປະສຸດຍອດຄັ້ງທີ 2 ລະຫວ່າງການນຳ 2 ປະເທດທີ່ໃກ້ຈະດຳເນີນ. ເມື່ອເຕື້ອງເຖິງບາດກ້າວເຊິ່ງ 2 ພາກເກົາຫຼີ ບັນລຸໄດ້ໃນໄລຍະ 1 ປີຜ່ານມາ, Meari ຢືນຢັນວ່າ: “ເບິ່ງໃນສິ່ງທີ່ເກີດຂຶ້ນໃນການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ແລ້ວ, ແນ່ນອນວ່າ ການພົວພັນລະຫວ່າງ ສປປ.ເກົາຫຼີ ແລະ ອາເມລິກາ ອາດຈະມີບາດລ້ຽວໃຫຍ່”. ຕາມບົດຂຽນແລ້ວ, ສປປ.ເກົາຫຼີ ມີຄວາມຕັດສິນໃຈໃນການປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ກັບ ອາເມລິກາ ທີ່ກອງປະຊຸມສຸດຍອດ 2 ຝ່າຍຄັ້ງທຳອິດລະຫວ່າງການນຳ Kim Jong-un ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ເມື່ອເດືອນ ມິຖຸນາ 2018.
        ຄາດວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un ຈະມີການພົບປະ 2 ຝ່າຍຢູ່ ຮ່າໂນ້ຍ ໃນລະຫວ່າງວັນທີ 27 – 28 ກຸມພາ ຈະມາເຖິງ.
 (ແຫຼ່ງຄັດຈາກ VOV)

top