ຂ່າວສານ

ສປປ.ເກົາຫຼີ ຕອບຄຳສະເໜີຂອງ ອາເມລິກາ ກ່ຽວກັບການເຈລະຈາ

      ຖ້າຫາກວ່າ ອາເມລິກາ ຍັງຄົງຖືວ່າ ການເຈລະຈາຍັງສືບຕໍ່ມີຄຸນປະໂຫຍດ ກັບ ສປປ.ເກົາຫຼີ ນັ້ນແມ່ນຄວາມຜິດພາດ.

ການນຳ ສປປ.ເກົາຫຼີ Kim Jong-un ແລະທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບປະກອບ:  AP/TTXVN)
      ໃນຖະແຫຼງການຂອງສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ເມື່ອວັນທີ 04 ກໍລະກົດ, ທ່ານນາງ Choe Son-hui ຮອງລັດຖະມົນຕີທີ 1 ກະຊວງການຕ່າງປະເທດ ສປປ.ເກົາຫຼີ ເນັ້ນໜັກວ່າ: ຖ້າຫາກວ່າ ອາເມລິກາ ຍັງຄົງຖືວ່າ ການເຈລະຈາຍັງສືບຕໍ່ມີຄຸນປະໂຫຍດ ກັບ ສປປ.ເກົາຫຼີ ນັ້ນແມ່ນຄວາມຜິດພາດ. ພ້ອມທັງໃຫ້ຮູ້ຕື່ມອີກວ່າ ພຽງຢາງ ໄດ້ວາງອອກຍຸດທະສາດລະອຽດເພື່ອຄວບຄຸມໄພນາບຂູ່ຈາກ ອາເມລິກາ. ທ່ານນາງ Choe Son-hui ຍັງເນັ້ນໜັກວ່າ ບໍ່ຈຳເປັນເຈລະຈາໂດຍກົງກັບ ອາເມລິກາ ເພາະວ່າ ວໍຊິງຕັນ ຖືການເຈລະຈາກັບ ພຽງຢາງ ຄືດັ່ງເຄື່ອງມືໜຶ່ງ ເພື່ອຮັບໃຊ້ຈຸດປະສົງດ້ານການເມືອງ. ຄຳກ່າວປາໄສດັ່ງກ່າວ ໂດຍທ່ານນາງ Choe Son-hui ຍົກອອກມາພາຍຫຼັງ ທ່ານອະດີດທີ່ປຶກສາຄວາມສະຫງົບແຫ່ງຊາດ ອາເມລິກາ John Bolton ໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ອາດຈະພົບປະກັບການນຳ ສປປ.ເກົາຫຼີ Kim Jong-un ຄືດັ່ງສິ່ງທີ່ແປກປະຫຼາດໃນເດືອນ ຕຸລາ.
(ແຫຼ່ງຄັດຈາກ VOV)


top