ຂ່າວສານ

ສປປ.ເກົາຫຼີ ຍິງລູກສອນໄຟນຳວິຖີໄລຍະສັ້ນ

ສປປ.ເກົາຫຼີ ຖະແຫຼງວ່າ ການຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງປະເທດນີ້ ແມ່ນມາດຕະການຮັບມືກັບການກະທຳຂອງກອງທັບ ສ.ເກົາຫຼີ ຢູ່ເຂດແນວໜ້າ.
  ຕອນເຊົ້າວັນທີ 14 ຕຸລາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (ພາບປະກອບ: AFP/TTXVN)  

ຕອນເຊົ້າວັນທີ 14 ຕຸລາ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີໄລຍະສັ້ນ (SRBM) ໃສ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ພວມເພີ່ມທະວີການຕິດຕາມກວດກາ, ມີສະຕິລະວັງຕົວ ແລະ ຮັກສາທ່າກ່ຽມພ້ອມຮັບມື ດ້ວຍການຮ່ວມມືກັບກອງທັບ ອາເມລິກາ ຢ່າງແໜ້ນແຟ້ນ. ກ່ອນໜ້ານັ້ນ, ວັນທີ 13 ຕຸລາ, JCS ແຈ້ງໃຫ້ຊາບວ່າ ມີກຸ່ມເຮືອບິນທະຫານຂອງ ສປປ.ເກົາຫຼີ ປະມານ 10 ລຳໄດ້ບິນໄປທາງທິດໃຕ້ຂອງເສັ້ນກຳນົດການເຄື່ອນໄຫວສອດແນມໂດຍ ສ.ເກົາຫຼີ ສ້າງຂຶ້ນ.

ແລະໃນຕອນເຊົ້າວັນດຽວກັນ, ສປປ.ເກົາຫຼີ ຖະແຫຼງວ່າ ການຍິງລູກສອນໄຟນຳວິຖີຄັ້ງຫຼ້າສຸດຂອງປະເທດນີ້ ແມ່ນມາດຕະການຮັບມືກັບການກະທຳຂອງກອງທັບ ສ.ເກົາຫຼີ ຢູ່ເຂດແນວໜ້າ. ອາເມລິກາ ໄດ້ກ່າວປະນາມເຫດຍິງລູກສອນໄຟນຳວິຖີດັ່ງກ່າວຂອງ ສປປ.ເກົາຫຼີ, ເອີ້ນນີ້ວ່າແມ່ນການກະທຳລະເມີດມະຕິຫຼາຍສະບັບຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ນາບຂູ່ເຖິງສັນຕິພາບ ກໍຄືສະຖຽນລະພາບຢູ່ພາກພື້ນ. ນີ້ແມ່ນເຫດຍິງລູກສອນໄຟຄັ້ງທີ 8 ຂອງ ສປປ.ເກົາຫຼີ ໃນຮອບເວລາບໍ່ຮອດ 3 ອາທິດຜ່ານມາ.


top