ຂ່າວສານ

ສປປ.ເກົາຫຼີ ຈັດຕັ້ງກອງປະຊຸມທົ່ວປະເທດສະເຫຼີມສະຫຼອງ 10 ປີແຫ່ງວັນຂຶ້ນກຳອຳນາດຂອງການນຳ Kim Jong-un

ວັນທີ 10 ເມສາ, ຢູ່ນະຄອນຫຼວງພຽງຢາງ, ສປປ.ເກົາຫຼີ ໄດ້ດຳເນີນກອງປະຊຸມທົ່ວປະເທດເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນການນຳ Kim Jong –un ໄດ້ຮັບການເລືອກຕັ້ງເຂົ້າຕຳແໜງສູງທີ່ສຸດຂອງພັກ ແລະ ປະເທດ ສປປ.ເກົາຫຼີ.
  ການນຳສປປ.ເກົາຫຼີ Kim Jong –un (ພາບ: YONHAP/TTXVN)  

 ທີ່ກອງປະຊຸມ ທ່ານປະທານຄະນະປະທານສະພາປະຊາຊົນສູງສຸດ ສປປ.ເກົາຫຼີ (SPA) Choe Ryong – Hae ໄດ້ອ່ານບົດລາຍງານ, ເນັ້ນໜັກເຖິງຄວາມເປັນກຽດ ແລະ ພາກພູມໃຈຂອງພັກແຮງງານ ແລະ ປະເທດສປປ.ເກົາຫຼີ ກໍ່ຄືຄວາມຜາສຸກຂອງປະຊາຊົນ ສປປ.ເກົາຫຼີ ພາຍໃຕ້ການຊີ້ນຳນຳພາຂອງ ທ່ານ Kim Jong –un. ຕາມບົດລາຍງານແລ້ວ, ໃນ 10 ປີຜ່ານມາ, ຊາວສປປ.ເກົາຫຼີ ພາຍໃຕ້ການຊີ້ນຳນຳພາຂອງ ທ່ານເລຂາທິການໃຫຍ່ Kim Jong –un ຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ໃນສະພາບການປະສົບກັບຄວາມຫຍຸ້ງຍາກທີ່ບໍ່ເຄີຍມີມາກ່ອນ”. ບົດລາຍງານເນັ້ນໜັກວ່າ, ການນຳ Kim Jong –un ໄດ້ນຳປະເທດຊາດໃຫ້ກາຍເປັນປະເທດທີ່ມີພື້ນຖານການທະຫານ “ໄດ້ຮັບການປະກອບພາຫະນະ, ວັດຖຸປ້ອງກັນຢ່າງຮອບດ້ານ”.


top